ບັນດາສັນຍາການຄ້າເສີລີໄດ້ສ້າງກາລະໂອກາດພັດທະນາໃຫ້ກະສິກຳຫວຽດນາມ

ບັນດາສັນຍາການຄ້າເສີລີໄດ້ສ້າງກາລະໂອກາດພັດທະນາໃຫ້ກະສິກຳຫວຽດນາມ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວມອບ​ລາງວັນ
“​ຊາວ​ກະ​ສິ​ກອນ​ດີ​ເດັ່ນ - ໃຫ້​ລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ” ປີ 2015)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ລາງວັນ “​ຊາວ​ກະ​ສິ​ກອນ​ດີ​ເດັ່ນ - ໃຫ້​ລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ” ປີ 2015, ຖືກ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 13/06, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ເນັ້ນ​ໜັກ​ວ່າ: ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ໂດຍ​ຫວຽດ​ນາມ ລົງ​ນາມ​ກັບ​ປະ​ເທດ​ຕ່າງໆ, EU ແລະ ກຸ່ມ​ອາ​ຊຽນ ຈະ​ສ້າງ​ກາ​ລະ​ໂອ​ກາດ​ຫຼາຍ​ຢາງ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ, ໂດຍ​ສະ​ເພາະ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ເສດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ວ່າ, ລັດ​ຖະ​ບານ​ມີ​ແຜນ​ນະ​ໂຍ​ບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍາວ​​ໄກ ແລະ ເປັນ​ພື້ນ​ຖານ ແມ່ນ​ຮັກ​ສາ​ການ​ສ້າງ​ໂຄງ​ປະ​ກອບ​ໃຫ້​ກາຍ​ເປັນ​ພື້ນ​ຖານ​ກະ​ສິ​ກຳ​ຕາ​ມ​ທິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຈັດ​ຕັ້ງ​ການ​ຜະ​ລິດ​ຄືນ​ໃໝ່ ແລະ ນຳ​ໃຊ້​ຄວາມ​ກ້າວ​ໜ້າ​ດ້​ານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ​ເຂ​ົ້​າ​ໃນ​ການ​ຜະ​ລິດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງຈະ​ມີ​ ຊາວ​ກະ​ສິ​ກອນ, ສະ​ຫະ​ກອນ​ທີ່​ເປັນ​ແບບ​ຢ່າງ​ດີ​ເດັ່ນ​ກວ່າ​, ເພື່ອ​ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຂອງ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ