ບັນດາສັນຍານຟື້ນຟູການພົວພັນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ

(VOVWORLD) -ວົງການເຈົ້າໜ້າທີ່ສ.ເກົາຫຼີ ໃຫ້ຮູ້ວ່າ, ກຸ່ມນັກກວດກາຂອງສປປ.ເກົາຫຼີ ໄດ້ໄປເຖິງສ.ເກົາຫຼີ ໃນຕອນເຊົ້າວັນທີ 21 ມັງກອນ ເພື່ອກວດກາບັນດາສະຖານທີ່ສະແດງສິລະປະຢູ່ງານມະຫາກຳກິລາລະດູໜາວ Olympic Pyeong Chang 2018, ເຊິ່ງຖືກດຳເນີນໃນລະຫວ່າງວັນທີ 09 – 25 ກຸມພາ ຈະມາເຖິງ.

ບັນດາສັນຍານຟື້ນຟູການພົວພັນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ - ảnh 1 ກຸ່ມນັກກວດກາຂອງສປປ.ເກົາຫຼີ ລວມມີ 7 ຄົນ

(ພາບປະກອບ: YONHAP/TTXVN)

ກຸ່ມນັກກວດກາຂອງສປປ.ເກົາຫຼີ ລວມມີ 7 ຄົນດັ່ງກ່າວຄາດວ່າຈະເຮັດວຽກຢູ່ສ.ເກົາຫຼີ ເປັນເວລາ 2 ວັນ. ກ່ອນໜ້ານັ້ນ, ທີ່ການເຈລະຈາລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຢູ່ບ້ານຢຸດຕິການຮົບ Panmunjom, ສປປ.ເກົາຫຼີ ໄດ້ເຫັນດີຈັດສົ່ງຄະນະສິລະປະລວມມີ 140 ຄົນ ເຂົ້າຮ່ວມການສະແດງສິລະປະຖືກດຳເນີນຢູ່ Olympic Pyeong Chang 2018. ບັນດາໝາກຜົນດັ່ງກ່າວໄດ້ຮັບຖືວ່າແມ່ນບາດກ້າວກະໂດດຂັ້ນທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດພົວພັນແລກປ່ຽນແຂ່ງຂັນກິລາລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ, ພ້ອມທັງແມ່ນສັນຍານຊີ້ໃຫ້ເຫັນການຟື້ນຟູການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ