ບັນດາສະຖານທີ່ທ່ອງທ່ຽວດຶງດູດແຂກມາທ່ຽວເປັນຈໍານວນຫຼວງຫຼາຍໃນໂອກາດວັນພັກບຸນ

(VOVWORLD) -ໄລຍະພັກການເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ( 30 ເມສາ) ແລະ ວັນກໍາມະກອນສາກົນ (1 ພຶດສະພາ), ຈໍານວນແຂກທ່ອງທ່ຽວມາທ່ຽວຢູ່ນະຄອນດ່າລາດ, ແຂວງ ເລິມດົ່ງຂອງຫວຽດນາມ ເພີີ່ມຂຶ້ນຢ່າງແຮງ.
ບັນດາສະຖານທີ່ທ່ອງທ່ຽວດຶງດູດແຂກມາທ່ຽວເປັນຈໍານວນຫຼວງຫຼາຍໃນໂອກາດວັນພັກບຸນ - ảnh 1 ບັນດາສະຖານທີ່ທ່ອງທ່ຽວດຶງດູດແຂກມາທ່ຽວເປັນຈໍານວນຫຼວງຫຼາຍ

 ນອກຈາກບັນດາເຂດ, ສະຖານທີ່ທ່ອງທ່ຽວທີ່ລືຊື່ຄື ສວນດອກໄມ້ນະຄອນ, ຮ່ອມພູແຫ່ງຄວາມຮັກ, ນໍ້າຕົກຕາດ Dalanta ແລ້ວ, ບັນດາສະຖານທີ່ທ່ອງທ່ຽວຄືສວນພືດສໍາຮອງ ແລະ ສວນສາທາລະນະ ຢູ່ເຂດໃຈກາງນະຄອນ ຕ່າງກໍມີແຂກມາທ່ຽວຊົມຢ່າງຄັບຄາໜາແໜ້ນ. ນາງ ຫງວຽນໝີຈີ, ແຂກທ່ອງທ່ຽວມາຈາກແຂວງຮ່ານາມ ເວົ້າວ່່າ:

        “ປັດຈຸບັນ ດ່າລາດ ໄດ້ມີການປ່ຽນແປງຢ່າງຕັ້ງໜ້າ, ທັດສະນີຍະພາບງາມກວ່າເກົ່າຫຼາຍ. ບັນດາການບໍລິການຮັບໃຊ້ກໍດີກວ່າ ສະນັ້ນ ການໄປທ່ອງທ່ຽວພັກຜ່ອນຄັ້ງນີີ້ ຮູ້ສຶກວ່່າ ສະບາຍໃຈ ແລະ ພໍໃຈທີ່ສຸດ”.

        ນອກຈາກນັ້ນ, ບັນດາສະຖານທີ່ທ່ອງທ່ຽວປະຫວັດສາດຄື ທໍານຽບເອກະລາດ, ຫໍພິພິທະພັນ ໂຮ່ຈີມິນ, ຫໍພິພິທະພັນຮ່ອງຮອຍສົງຄາມ, ທ່າກໍ່າປັ່ນຍ່າຣົ່ງ... ຢູ່ນະຄອນໂຮ່ຈີມິນ ກໍມີແຂກທ່ອງທ່ຽວມາຢ້ຽມຊົມເປັນຈໍານວນຫຼວງຫຼາຍ.

        ໃນ 02 ວັນທໍາອິດຂອງຊຸມວັນພັກການ ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ວັນກໍາມະກອນສາກົນ, ເຂດປູສະນີຍະສະຖານປະຫວັດສາດລະດັບຊາດພິເສດ ກິມລຽນ, ນາມດານ ເງະອານ ໄດ້ຕ້ອນຮັບແຂກທ່ອງທ່ຽວທີ່ມາຈາກສາລະທິດມາຢ້ຽມຢາມບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ ເກືອບ 3 ໝື່ນເທື່ອຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ