ບັນດາສະມາຄົມມິດຕະ ພາບນະຄອນໂຮ່ຈິມິນ ມຸ່ງໄປສູ່ທະເລໝູ່ກາະ


ບັນດາສະມາຄົມມິດຕະ ພາບນະຄອນໂຮ່ຈິມິນ ມຸ່ງໄປສູ່ທະເລໝູ່ກາະ - ảnh 1

(ພາບປະກອບ)

 (vovworld)- ​ ຕອນ​ເຊົ້າ​ວັນ​ທີ 10/7, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ນະຄອນ​ໄດ້​ຈັດ​ການພົບ​ປະ​ສ້າງສັນ “ຮ່ວມ​ແຮງ​ຮ່ວມ​ໃຈ​ມຸ່ງ​ໄປ​ສູ່​ທະ​ເລ​ໝູ່​ເກາະ“ ​ແລະ ອອກ​ຖະ​ແຫຼງການ​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ເລ​ຮຶງກວກ, ປະທານສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ນະຄອນ​​ໂຮ່ຈິ​ມິນ ຊີ້​ແຈ້ງວ່າ:

   “ຍິ່ງ​ກ່ວາ​ເວລາ​ໃດ​ໝົດ, ພວກ​ເຮົາ​ຕ້ອງ​ສາມັກຄີ​ກັນ​ເປັນ​ຈິດ​ໜຶ່ງ​ໃນ​ດຽວ, ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ແນວ​ໜ້າ, ໝູ່​ເກາະ. ລະອຽດ​ແມ່ນ​ລັດ​ຫວຽດນາມ ພວມ​ມານະ​ພະຍາຍາມ​ໃຊ້ວິທີ​ທີ່ດີ​ທີ່​ສຸດ, ຕັ້ງໜ້າ​ທີ່​ສຸດ​ເພື່ອ​ພັດທະນາ​ເສດຖະກິດ. ຍ້ອນ​ວ່າ, ລັດ​ເຂັ້ມ​ແຂງ, ປະຊາຊົນ​ຮັ່ງມີ, ຫວຽດນາມ ຈຶ່ງຈະສາມາດ​ເທົ່າ​ທຽມ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໄດ້“.

ສື່​ມວນ​ຊົນ​ເຢຍລະ​ມັນ​ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ​ສຳມະ​ນາສາ​ກົນ “ຮ່ວາງ​ຊາ-​ເຈື່ອງ​ຊາ-​ຄວາມ​ຈິງ​ແຫ່ງ​ປະຫວັດສາດ“

   ​ວັນ​ທີ 9/7, ປະຕູ​ຖານ​ຂໍ້​ມູນ​ການ​ເງິນ​ໃຫ່ຍອັນ​ດັບ​ໜຶ່ງ​ຂອງ​ເຢຍລະ​ມັນ Finananzen.net ​ໄດ້​ໃຫ້​ຂ່າວກ່ຽວ​ກັບ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ຮ່ວາງ​ຊາ-​ເຈື່ອງ​ຊາ-​ຄວາມ​ຈິງ​ແຫ່ງ​ປະຫວັດສາດ“ ຈັດ​ຂຶ້ນ​ຢູ່​ດ່າ​ນັງ ຫວ່າງ​ແລ້ວ​ນີ້.

  Finananzen.net ​ໃຫ້​ຮູ້​ວ່າ, ຜູ້​ຊ່າວ​ຊານ, ນັກ​ວິທະ​ຍະ​ສາດ ​ແລະ ນັກ​ຂ່າວ​ກ່ວາ 100 ທ່ານ​ມາ​ຈາກ​ຫຼາຍ​ປະ​ເທດ ​ ພ້ອມ​ກັບ​ບັນດາ​ນັກວິທະຍາສາດ​ຫວຽດນາມ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ສອງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ຕາມບົດ​ຂຽນ, ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ ​​ແມ່ນໄດ້​ລະ​ເມີດຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳການ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ຊື່​ງຫວຽດນາມ ​ແລະ ຈີນ ລົງ​ນາມ​ເມື່ອ​ປີ 2011. ນີ້​ແມ່ນ​ການ​ກະທຳ​ເກາະ​ຜິດ ​ແລະ ກໍ່​ຄວາມ​ອັນຕະລາຍ​ໃຫ້​ແກ່​ສັນ​ຕິ​ພາບ​ໃນ​ທະ​ເລ​ຕາ​ເວັນ​ອອກ. ບົດ​ຂຽນ​ຍັງ​ຄັດ​ສະ​ເໜີ​ບົດ​ທາ​ບທາມ​ຄວາມ​ເຫັນ​ຂອງ​ບັນດາ​ນັກວິ​ທະ​ຍາ​ສາດ​ສາກົນ​ກ່ຽວ​ກັບ​ບັນດາ​ພະຍານ​ຫຼັກ​ຖານ​ດ້ານ​ກົດໝາຍ, ປະຫວັດສາດ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ສອງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ./.

ພິທີ​ສວດ​ພາ​ວະ​ນາ​ສັນ​ຕິ​ພາບ​ໃຫ້​ແກ່​ທະ​ເລ​ຕາ​ເວັນ​ອອກ

(vovworld)- ຕອນ​ເຊົ້າ​ວັນ​ທີ 9/7, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫ​ນາ​ຫວຽດ​ນາມ​ໄດ້​ຈັດ​ຕັ້ງ​ພິທີ​ສວດ​ພາ​ວະ​ນາ​ສັນ​ຕິ​ພາບ​ໃຫ​້​ແກ່​ທະ​ເລ​ຕາ​ເວັນ​ອອກ​ຢູ່​ເທດ​ສະ​ບານ ເຢືອງ​ດົງ(ຟູ​ກວກ-ກ​ຽນ​ຢາງ) ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງພຸດ​ທະ​ສາ​ສະ​ນິ​ກະ​ຊົນ​ນັບ​ຮ້ອຍ​ຄົນ. ທີ່​ພິ​ທີ, ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫ​ນາ​ຫວຽດ​ນາມ​ ໄດ້​ອ່ານ​ສານ​ກ່ຽວ​ກັບ​ສັ​ນ​ຕິ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຂອງປະທານສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫ​ນາ​ຫວຽດ​ນາມ​ ສົ່ງ​ເຖິງ​ຍົດ​ຖາ​ບັນ​ດາ​ສັກ, ພຸດ​ທະ​ສາ​ສະ​ນິ​ກະ​ຊົນ​ຢູ່​ໃນ​ໂລກ ແລະ ພະ​ອາ​ຈານ ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫ​ນາ​ຈີນ. ສານ​ດັ່ງ​ກ່າວ​ໄດ້​ຮຽກ​ຮ້ອ​ງ​ຝ່າຍ​ຈີນ ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປ​ະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງບ​ັນ​ດາ​ປະ​ເທດ, ໃນ​ນັ້ນ ມີ​ຫວຽດ​ນາມ, ກ່າວ​ປະ​ນາມ​ການ​ກະ​ທຳ​ຂອງ​ຈີນ​ທີ່​ລະ​ເມີດ​ອະ​ທິ​ປະ​ໄຕ​ຢູ່​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ​ ແລະ ໄຫລ່​ທະ​ວີບ​ຂອງ​ຫວຽດ​ນາມ, ຮຽກ​ຮ້ອງ​ພຸດ​ທະ​ສາ​ສະ​ນິ​ກະ​ຊົນ ສະ​ແດງ​ນ້ຳ​ໃຈ​ຮັກ​ຊາດ ບົນ​ຈ​ິດ​ໃຈ​ເມດ​ຕາ​ຈິດ ແລະ ພູມ​ປັນ​ຍາ, ບໍ່​ປ​ະ​ໃຫ້​ພວກບໍ່​ດີ​ສວຍ​ໃຊ້, ຍຸ​ແຍ່, ນອກ​ນັ້ນ​ຕ້ອງມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຂອງ ພັກ ແລະ ລັດ​​ໃນປະ​ຈຸ​ບັນ. ພາຍ​ຫລັງ​ປະ​ຕິ​ບັດ​ພິທີ​ສວດພາ​ວະ​ນາ​ສັນ​ຕິ​ພາບ​ໃຫ້​ແກ່​ທະ​ເລ​ຕາ​ເວັນ​ອອກ ແລະ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ທີ່​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ, ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫ​ນາ​ຫວຽດ​ນາມ ໄດ້​ມອບ​ຈຳ​ນວນ​ເງິນ 200 ລ້ານ​ດົງ ເພື່ອ​ສະ​ຫ​ນັບ​ສະ​ຫ​ນູນ​ລາຍ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດ​ນາມ.

 


ຂ່າວ/ບົດ​ອື່ນ