ບັນດາສະມາຊິກລັດຖະສະພາອັງກິດຍົກອອກຂໍ້ສະເໜີແນະ16 ຂໍ້ກ່ຽວກັບການປ່ອນບັດໃຫ້ຄຳສັ່ງແນະນຳກ່ຽວກັບ Brexit

(VOVWORLD) -ໄດ້ມີ 16 ຂໍ້ສະເໜີແນະເຊິ່ງບັນດາສະມາຊິກລັດຖະສະພາອັງກິດ ຍົກອອກມາ ເພື່ອໃຫ້ສະພາຕ່ຳອັງກິດ ດຳເນີນການປ່ອນບັດໃນວັນທີ 27 ມີນາ, ເພື່ອແນໃສ່ຍົກອອກບັນດາຄຳສັ່ງແນະນຳກ່ຽວກັບທິດກ້າວເດີນຈະມາເຖິງຂອງ Brexit.

ສິ່ງທີ່ໜ້າສົນໃຈໃນຈຳນວນຂໍ້ສະເໜີແນະຂອງພັກແຮງງານຝ່າຍຄ້ານອັງກິດ ກ່ຽວກັບການສ້າງຕັ້ງການພົວພັນດ້ານເສດຖະກິດຢ່າງແໜ້ນແຟ້ນກັບສະຫະພາບເອີລົບ. ພັກແຮງງານ ສະເໜີເຈລະຈາສັນຍາກ່ຽວກັບພາສີອາກອນໃໝ່ ພ້ອມກັບວັນເວລາລົງນາມໃນຂໍ້ຕົກລົງຖອນຕົວອອກຈາກກຸ່ມສະຫະພາບເອີລົບ. ນອກນັ້ນ, ຕາມຂໍ້ສະເໜີແນະດັ່ງກ່າວແລ້ວ, ລາຊະອານາຈັກອັກງິດ ກໍ່ຈະເຂົ້າຮ່ວມບາງອົງການຄຸ້ມຄອງຂອງເອີລົບ.

        ໃນຂະນະນັ້ນ, ພັກປະຊາທິປະໄຕໂຮມເປັນໜຶ່ງດຽວຂອງອຽກລັງເໜືອ (DUP) ກໍ່ຍົກອອກທັດສະນະທີ່ວ່າ, ຖ້າຫາກບັງຄັບຕ້ອງໂຈະ Brexit ນັ້ນ, ເລື່ອງແກ່ຍາວເປັນເວລາ 1 ປີ ຈະດີກວ່າການໃຫ້ສັດຕະຍາບັນຂໍ້ຕົກລົງ Brexit ເຊິ່ງທ່ານນາງນາຍົກລັດຖະມົນຕີ Theresa May ໄດ້ເຈລະຈາກັບ EU.

ຕອບກັບ

ຂ່າວ/ບົດ​ອື່ນ