ບັນດາສະມາຊິກລັດຖະສະພາອີຕາລີຮ້ຽກຮ້ອງເອີລົບອອກສຽງກ່ຽວກັບການກະທຳຂອງຈີນຢູ່ທະເລຕາເວັນອອກ

ບັນດາສະມາຊິກລັດຖະສະພາອີຕາລີຮ້ຽກຮ້ອງເອີລົບອອກສຽງກ່ຽວກັບການກະທຳຂອງຈີນຢູ່ທະເລຕາເວັນອອກ - ảnh 1
(ບັນດາ​ການ​ກະທຳ​ລະ​ເມີດ​ກົດ​ໝາຍ​ສາກົນ​ຂອງ​ຈີນ​
ຢູ່​ທະ​ເລ​ຕາ​ເວັນ​ອອກ)

(vovworld)- ​ວັນ​ທີ 14/7, ​ໃນ​ການອະ​ພິປາຍຢູ່​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ຕ່ຳ​ອີ​ຕາ​ລີ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ, ບັນດາ​ສະມາ​ຊິກ​ລັດຖະສະພາ​ອີ​ຕາ​ລີ ​ໄດ້​ຮຽກຮ້ອງ​ລັດຖະບານ​ປະ​ເທດ​ນີ້ ​ແລະ ບັນດາ​ປະ​ເທດ​ເອີ​ລົບ ອອກ​ສຽງ​ຢ່າງ​ແຮງ​ກ່ຽວ​ກັບ​ບັນດາ​ການ​ກະທຳ​ລະ​ເມີດ​ກົດ​ໝາຍ​ສາກົນ​ຂອງ​ຈີນ​ ຢູ່​ທະ​ເລ​ຕາ​ເວັນ​ອອກ. ນີ້​ເປັນ​ຄັ້ງ​ທຳ​ອິດທີ່ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ຕຳ​່ອີ​ຕາ​ລີ ຈັດ​ຕັ້ງ​ການອະພິປາຍ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ເຊີນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອີ​ຕາ​ລີ ຫງວຽນ​ຮ່ວາງ​ລອງ ​ເຂົ້າ​ຮ່ວມ.

      ກ່າວ​ຄຳ​ເຫັນ​ທີ່​ການອະພິປາຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮ່ວາງ​ລອງ ຢືນຢັນ​ວ່າ: ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ບັນດາ​ເກາະ​ໃນ​ທະ​ເລ​ຕາ​ເວັນ​ອອກ,​ ທັດສະ​ນະ​ສະ​ເໝີ​ຕົ້ນ​ສະໝີ​ປາຍຂອງ​ຫວຽດນາມ​ ໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ບັນດາ​ຝ່າຍ​ຕ້ອງ​ເຄົາລົບ​ສະພາບ​ເດີມ, ບໍ່​ນຳ​ໃຊ້ ຫຼື ນາບຂູ່​ນຳ​ໃຊ້​ອາວຸດ, ​ແກ້​ໄຂ​ຄວາມ​ຄັດ​ແຍ້​ງກັນ​​ໂດຍ​ສັນຕິ​ວິທີ​ບົນ​ພື້ນຖານ​ເຄົາລົບ​​ເອກະລາດ, ອະທິປະ​ໄຕ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ເໝາະ​ສົມ​ກັບກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຂອງ​ສະຫະ​ປະຊາ​ຊາດ, ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ​ເພື່ອ​ຊອກ​ຫາ​ວິທີ​​ແກ້​ໄຂ​ໂດຍພື້ນຖານ ​ແລະ ຍາວ​ນານ,​ ຕອບ​ສະໜອງຜົນປະ​ໂຫຍ​ດອັນ​ຊອບ​ທຳຂອງ​ບັນດາ​ຝ່າຍ, ມຸ່ງ​ໄປ​ເຖິງ​ກໍ່ສ້າງ​ທະ​ເລ​ຕາ​ເວັນ​ອອກ ກາຍ​ເປັນ​ເຂດ​ທະ​ເລ​​ແຫ່ງ​ສັນຕິພາບ, ຮ່ວມ​ມື ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ