ບັນດາສະມາຊິກສະພາຕໍ່າ ຈີເລ ສະແດງຄວາມວິຕົກ ກັງວົນກ່ຽວກັບການກະທຳຂອງຈີນ ຢູ່ທະເລຕາເວັນອອກ

ບັນດາສະມາຊິກສະພາຕໍ່າ ຈີເລ ສະແດງຄວາມວິຕົກ ກັງວົນກ່ຽວກັບການກະທຳຂອງຈີນ ຢູ່ທະເລຕາເວັນອອກ - ảnh 1
(ທ່ານ​ນາງ​ເອກ​ອັກຄະ​ລັດຖະ​ທູດ​ຫວຽດນາມ ປະຈຳ ຈີ​ເລ ຮ່າ​ທິງ​ອກຮ່າ)

(vovworld) – ທ່ານ​ນາງ​ເອກ​ອັກຄະ​ລັດຖະ​ທູດ​ຫວຽດນາມ ປະຈຳ ຈີ​ເລ ຮ່າ​ທິງ​ອກຮ່າ ຫາ​ກໍ່​ພົບ​ປະ​ກັບ​ບັນດາ​ສະມາຊິກ​ສະພາ​ຕໍ່າ​ໃນ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ຕໍ່າ​ຈີ​ເລ ​ເພື່ອ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ເລື່ອງ​ຈີນ​ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ທ່ານ​ນາງ​ເອກ​ອັກຄະ​ລັດຖະ​ທູດ ຮ່າ​ທິງ​ອກຮ່າ ກໍ່​ສົ່ງຈົດໝາຍ​ຂອງ​ຫົວ​ໜ້າ​ກຳ​ມະ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ​ເຈີ​ນວັນ​ຮັ່ງ ​ໃຫ້​ທ່ານຫົວ​ໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ຕໍ່າ​ສ.ຈີ​​ເລ Aldo Cornejo Gonzalez, ກ່ຽວ​ກັບ​ເລື່ອງ​ຈີນ ​ໄດ້​ນຳ​ຮ້ານ​ເຈາະ​ນ້ຳມັນ​​ໄຮ່​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວຢ່າງ​ຜິດ​ກົດໝາຍໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ສະມາຊິກ​ສະພາ​ຕໍ່າ​ຈີ​ເລ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ເລື່ອງຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ບັນດາ​ສະມາຊິກ​ສະພາ​ຕໍ່າ ສະ​ເໜີ​​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ລະງັບ​ໃຈ, ຫຼິກ​ລ້ຽງ​​ເຮັດ​ໃຫ້​ສະພາບ​ການຂັດ​ແຂ້ງ​ກາຍ​ເປັນ​ການ​ປະ​ທະ​ກັນ​ດ້ວຍ​ອາວຸດ, ພ້ອມ​ທັງ​ສະ​ໜີ​ບັນດາ​ຝ່າຍ​ເຄົາລົບ​ຄຳ​ໝັ້ນ​ສັນຍາ​ຂອງ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລປີ 1982.

        ທ່ານ​ນາງປະທານ​ສະ​ຖາ​ບັນ​ວັດທະນະທຳ​ຈີ​ເລ - ຫວຽດນາມ Prtricia Abarzua Munoz, ​ໄດ້​ສົ່ງຖະ​ແຫຼ​ງການ​ຂອງສະ​ຖາ​ບັນ​ວັດທະນະທຳ​ຈີ​ເລ - ຫວຽດນາມ ​ເຖິງ​ສະຫະ​ສະມາຄົມ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ, ກ່າວ​ປະນາມ​ການ​ກະທຳ​ຂອງ​ຈີນ ທີ່​​ໄດ້ລ່ວງ​ລ້ຳ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢ່າງ​ຮ້າຍ​ແຮງ, ລະ​ເມີດ​ກົດໝາຍ​ສາກົນ ​ແລະ ນາບ​ຂູ່​ສັນຕິພາບ, ສະຖຽນ​ລະ​ພາບ ຢູ່​ພາກ​ພື້ນ​ ​ແລະ ສາກົນ​ຢ່າງ​ຮ້າຍ​ແຮງ.

ຂ່າວ/ບົດ​ອື່ນ