ບັນດາສະມາຊິກສະພາສູງ ອາເມລິກາ ຄັດຄ້ານຮ່າງ ກົດໝາຍວ່າດ້ວຍ ຟາມກະສີກຳ

ບັນດາສະມາຊິກສະພາສູງ ອາເມລິກາ ຄັດຄ້ານຮ່າງ ກົດໝາຍວ່າດ້ວຍ ຟາມກະສີກຳ  - ảnh 1
ທ່ານ John Kerry ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ
(ພາບ: Internet)


Vovworld- ວັນ​ທີ 14/6 ທ່ານ John McCain ​ແລະ ທ່ານ John Kerry ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ ​ໄດ້​ມີ​ບົດ​ປາ​ໄສ​ກ່າວ​ຕໍ່ໜ້າ​ສະພາ​ສູງ ຊຶ່ງ​ສະ​ແດງ​ການ​ຄັດ​ຄ້ານຕໍ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຟາ​ມກະ​ສີ​ກຳປີ 2008 ຂອງ​ອາ​ເມ​ລິ​ກາ, ກໍ​ຄື​ບັນດາ​ຄວາມ​ມານະ​ພະຍາຍາມ​ມອບ​ໂອນ​ສິດ​ຕິດຕາມ​ກວດກາ​ປາ​ໜັງ​ຈາກ​ກົມ​ຄຸ້ມ​ຄອງ​ອາຫານ ​ແລະ ການ​ຢາ ​ໃຫ​້​ແກ່​ກະຊວງ​ກະ​ສີ​ກຳ​ອາ​ເມ​ລິ​ກາ. ທ່ານ John McCain ​ເວົ້າ​ວ່າ ບັນດາ​ຜູ້​ລ້ຽງ​ປາ​ໜັງ​ຂອງ ​ອາ​ເມ​ລິ​ກາມ​​ໄດ້​ປົກ​ປ້ອງ​ທັດສະນະ​ທີ່​ວ່າ ຄວນ​ມີ​ຫ້ອງການ​ກວດກາ​ເພື່ອ​ຮັບປະກັນ​ໃຫ້​ຊາວ ​ອາ​ເມ​ລິ​ກາ​ໄດ້​ບໍລິ​ໂພ​ກປາ​ທີ່​ຮັບປະກັນ ຫຼັກ​ອະນາ​ໄມ ຄວາມ​ປອດ​ໄພ. ທ່ານ​ກ່າວ​ວ່າ :

     “ ຫ້ອງການ​ຕິດຕາມ​ກວດກາ​ປາ​ໜັງ​ຂອງ ກະຊວງ​ກະ​ສີ​ກຳ​ອາ​ເມ​ລິ​ກາຈະ​ບໍ່​ຊ່ວຍ​ຫຍັງ​ຕໍ່​ເລື່ອງ​ ຮັບປະກັນຫຼັກ​ອະນາ​ໄມ ຄວາມ​ປອດ​ໄພດ້ານ​ອາຫານ. ທີ່​ຈິງ​ແລ້ວ, ຈຸດປະສົງສຸດທ້າຍຂອງວຽກງານນີ້ ແມ່ນແນໃສ່ກໍ່ຮົ້ວການຄ້າທີ່ມີຕໍ່ການ ນຳເຂົ້າ ປາຈາ ​ແລະ ປາ​ຊາ​ຈາກ​ອາຊີ, ​ເພື່ອ​ອາ​ລັກຂາ​ໃຫ້​ແກ່​ຂະ​ແໜງ​ຜະລິດ​ປາ​ໜັງ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກ ​ອາ​ເມ​ລິ​ກາຕ້ອງ​ຈາ​ຍ​ເງິນ​ຫຼາຍ​ກ່ວາ ”

    ຕາມ​ ທ່ານ John McCain ​ແລ້ວ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຟາ​ມກະ​ສີ​ກຳປີ 2002 ຂອງ​ອາ​ເມ​ລິ​ກາ​ໄດ້​ມີ​ຂໍ້​ມາດຕາ​ກຳນົດ​ວ່າ ຈະ​ເປັນ​ການ​ກະທຳ​ຜິດ​ກົດໝາຍ ຂະນະ​ທີ່​ໄດ້​ຈັດປາຈາ ​ແລະ ປາ​ຊາຂອງ​ຫວຽດນາມ​ເຂົ້າ​ໃນ​ປະ​ເພດ​ປາ​ໜັງ​ທີ່​ພວມ​ລ້ຽງ​ຢູ່​ອາ​ເມ​ລິ​ກາ. ທ່ານ​ກ່າວ​ວ່າ :

      “ ​ເປັນ​ໜ້າ​ສຽດ​ສີ​ທີ່ ບັນດາ​ຜູ້​ລ້ຽງ​ປາ​ໜັງ​ຂອງ ​ອາ​ເມ​ລິ​ກາມ​ໄດ້​ຂົນຂວາຍ ກະຊວງ​ກະ​ສີ​ກຳ​ອາ​ເມ​ລິ​ກາ​ໃຫ້​ຄຳ​ນິຍາມ​ຄືນ​ກ່ຽວ​ກັບ ປາຈາ ​ແລະ ປາ​ຊາຂອງ​ຫວຽດນາມຕາມ​ສາລາ​ບານ​ປາ​ໜັງ​ດ້ວຍ​ຈຸດປະສົງ​ເພື່ອ​ເຮັດ​ໃຫ້ການ ນຳເຂົ້າປາ ຈາ ​ແລະ ປາ​ຊາ​ຈາກ​ອາຊີ ຢູ່​ໃຕ້​ການ​ຕິດ​ຕາມ​ກວດກາຂອງຫ້ອງການ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຊຶ່ງ​ຂຶ້ນ​ກັບກະຊວງ​ກະ​ສີ​ກຳ​ອາ​ເມ​ລິ​ກາ ” .
ຂ່າວ/ບົດ​ອື່ນ