ບັນດາສະມາຊິກສະພາແຫ່ງຊາດປຶກສາກ່ຽວກັບແຜນນະໂຍບາຍກໍ່ສ້າງທ່າອາກາດສະຍານສາກົນລອງແທ່ງ

ບັນດາສະມາຊິກສະພາແຫ່ງຊາດປຶກສາກ່ຽວກັບແຜນນະໂຍບາຍກໍ່ສ້າງທ່າອາກາດສະຍານສາກົນລອງແທ່ງ - ảnh 1
(ທ່ານ ຟ້າ​ມກວາງ​ງິ, ຫົວໜ້າ​ຄະນະ ສສຊ ນະຄອນ​ຮ່າ​ໂນ້ຍ)

(vovworld) - ຕອນ​ບ່າຍ​ວັນ​ທີ 4/11, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ມີ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຫຼາຍ​ທ່ານ​ໄດ້​ສະໜັບສະໜູນ​ແຜນ​ນະ​ໂຍບາຍ​ລົງທຶນ​ ກໍ່ສ້າງ​ທ່າ​ອາກາດ​ສະຍານ​ສາກົນລອງ​ແທ່ງ. ​ແຕ່​ຄຽງ​ຂ້າງ​ນັ້ນ, ມີ ສສຊ ຫຼາຍ​ທ່ານ​ກໍ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ແຜນ​ນະ​ໂຍບາຍ ກໍ່ສ້າງ​ທ່າ​ອາກາດ​ສະຍານ​ສາກົນລອງ​ແທ່ງ ​ແມ່ນ​ເກີນ​ຄວາມ​ສາມາດ​ດ້ານ​ເສດຖະກິດ​ຂອງ​ຫວຽດນາມ, ​ໃນ​ສະພາບ​ໜີ້​ສາທາລະນະ​ພວມ​ຢູ່​ໃນ​ລະດັບ​ສູງ, ຄວາມ​ຕ້ອງການ​ກໍ່ສ້າງ​ບໍ່​ທັນຈຳ​ເປັນ​ເທື່ອ. ທ່ານ ຟ້າ​ມກວາງ​ງິ, ຫົວໜ້າ​ຄະນະ ສສຊ ນະຄອນ​ຮ່າ​ໂນ້ຍ, ຍົກ​ຄຳ​ເຫັນ​ວ່າ:

ຄວາມ​ຈິງ​ແລ້ວ, ຫວຽດນາມ​ຈຳ​ເປັນ​ຕ້ອງ​ມີ​ສະໜາມ​ບິນ​ຂະໜາດ​ໃຫຍ່, ​ແຕ່​ຕ້ອງ​ມີ​ການ​ຄິດ​ໄລ່​ຢ່າງ​ລະອຽດ. ທີ​ໜຶ່ງ​ແມ່ນ​ເງິນ​ລົງທຶນ​ມາ​ຈາກ​ໃສ. ​ໃນ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ໄດ້​ເວົ້າ​ເຖິງ 3 ​ແຫຼ່ງທຶນ​ນັ້ນ​ແມ່ນ: ງົບປະມານ, ODA (ຕ້ອງ​ໃຊ້​ດອກ​ເບ້ຍ ​ເຖິງ​ວ່າ​ອັດຕາດອກ​ເບ້​ຍບໍ່​ສູງ), ລະດົມ​ທຶນ​ຈາກ​ພາຍ​ນອກ (ອັນ​ນີ້​ແມ່ນ​ບໍ່​ແນ່ນອນ). ​ດັ່ງ​ນັ້ນ, ​ພວກ​ເຮົາ​ຕ້ອງ​ຄິດ​ໄລ່​ຢ່າງ​ລະອຽດ​ກວ່າ ​ແລະ ຖອດ​ຖອນ​ບົດຮຽນ​ຈາກ​ບາງໂຄງການ​ກ່ອນ​ນັ້ນ. ທີ​ສອງ​ແມ່ນ, ບັນດາ​ປັດ​ໃຈ​ບໍ່​ທັນ​ແນ່ນອນ​ແມ່ນ​ຕ້ອງ​ຄິດ​ໄລ່​ຄືນ, ນັບ​ທັງ​ການ​ບຸກ​ເບີກ​ໜ້າ​ພຽງ”.

​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 4/11, ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ຕ້ານ​ທໍລະມານ ​ແລະ ບັນດາ​ຮູບ​ການ​ປະ​ພືດ ຫຼື​ລົງ​ໂທດ​ຢ່າງ​ໂຫດຮ້າຍ​ສາມານ, ​ໄຮ້​ມະນຸດສະທຳສຳລັບ​ຄົນ; ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິການ​ນັ້ນ, ບັນດາ ສສຊ ​ໄດ້​ເຫັນ​ດີ​ຕໍ່​ເລື່ອງ​ຫວຽດນາມ​ໄດ້​ໃຫ້​ສັດຕະຍາບັນ​ຕໍ່​ສົນທິສັນຍາ​ທັງ​ສອງ​ນີ້. ຕອນ​ເຊົ້າ​ວັນ​ດຽວ​ກັນ, ບັນດາ ສສຊ ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຮ່າງ​ກົດໝາຍ​ປັບປຸງ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ພາສີ​ອາກອນ ​ແລະ ກົດໝາຍ​ວ່າ​ດ້ວຍ​ອາກອນ​ຈຳໜ່າຍ​ພິ​ເສດ.

ຂ່າວ/ບົດ​ອື່ນ