ບັນດາສາສະໜາລ້ວນແຕ່ເຄື່ອນໄຫວປອງດອງໃນປະຊາຄົມບັນດາເຜົ່າຫວຽດນາມ


ບັນດາສາສະໜາລ້ວນແຕ່ເຄື່ອນໄຫວປອງດອງໃນປະຊາຄົມບັນດາເຜົ່າຫວຽດນາມ - ảnh 1
​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕອງ​ທິ​ຟ້ອງຕ້ອນ​ຮັບ​ ພະ​ອົງ Jeffrey R. Holland  ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ບັນ​ດາ​ນິ​ກາຍ​ສາ​ສະ​ໜາ​ຄິດ

(vovworld)- ບັນ​ດາ​ສາ​ສະ​ໜາ​ລ້ວນ​ແຕ່​ເຄື່ອນ​ໄຫວ​ປອງດອງໃນ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ​ຫວຽດ​ນາມ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕອງ​ທິ​ຟ້ອງ ໃນ​ການ​ຕ້ອນ​ຮັບ​ ພະ​ອົງ Jeffrey R. Holland  ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ບັນ​ດາ​ນິ​ກາຍ​ສາ​ສະ​ໜາ​ຄິດ ພ້ອມ​ດ້ວຍ​ຄະ​ນະ ຊຶ່ງພວມ​ເຄ​ື່ອນ​ໄຫວ​ຢ້ຽມ​ຢາມ​ຫວຽດ​ນາມ. ທີ່​ການ​ຕ້ອ​ນ​ຮັບ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 17/8 ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕອງ​ທິ​ຟ້ອງ ເນັ້ນ​ໜັກ​ວ່າ ລັດ​ຫວຽດ​ນາມ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ຫວຽດ​ນາມ​ໄດ້​ດຳ​ເນີນ​ຊີ​ວິດ ແລະ ເຄື່ອນ​ໄຫວ​ທາງ​ສາ​ສະ​ໜາ​ຢ່າງ​ເສ​ລີ​ຕາມ​ກົດ​ໝາຍ, ສົ່ງ​ເສີມ​ບັນ​ດາສາ​ສະ​ໜາ​ເຂົ້າ​ຮ່ວມ​ປະ​ກອບ​ສ່ວ​ນ​ເຂົ້າ​ໃນ​ການ​ເຄ​ື່ອນ​ໄຫວລວມ​ຂອງ​ສັງ​ຄົມ, ສາ​ມັກ​ຄີ​ກັນ​ສ້າງ​ສາ​ການ​ດຳ​ລົງ​ຊີ​ວິດ, ສາ​ສະ​ໜາ​ໃຫ້​ດີ​ງາມ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕອງ​ທິ​ຟ້ອງ ຫວັງ​ວ່າ ດ້ວຍ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ​ຕົນ, ພະ​ອົງ Jeffrey R. Holland ສືບ​ຕໍ່​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ຊຸກ​ຍູ້​ການ​ພົວ​ພັ​ນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ-ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ