ບັນດາສາສະໜາຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ຕອນເຊົ້າວັນທີ 14 ຕຸລາ, ຢູ່ນະຄອນເຫ້ວ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ອົງການເອີລົບເໜືອຊ່ວຍໜູນຫວຽດນາມ ໄຂກອງປະຊຸມທົ່ວປະເທດ ຍ້ອງຍໍຊົມເຊີຍ, ເສີມຂະຫຍາຍບົດບາດຂອງສາສະໜາໃນການເຂົ້າຮ່ວມ ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ບັນດາສາສະໜາຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານ ເຈີນແທງເມີ້ນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກ່າວຄຳເຫັນ 

ກອງປະຊຸມໄດ້ຕີລາຄາ 4 ປີແຫ່ງການປະຕິບັດໂຄງການສົມທົບວຽກງານໃນການ ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ອົງການເອີລົບເໜືອຊ່ວຍໜູນຫວຽດນາມ. ທ່ານ ເຈີນແທງເມີ້ນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕີລາຄາວ່າ :

     “ ໃນ 4 ປີທີ່ຜ່ານມາ, ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີປະສີດທິຜົນຂອງບັນດາສາສະໜາ, ໄດ້ມີ 1000 ຮູບແບບຂອງບັນດາສາສະໜາໄດ້ເຂົ້າຮ່ວມບັນດາໂຄງການກໍ່ສ້າງ, ຊຸດຝຶກອົບຮົມນັບພັນຊຸດກ່ຽວກັບການ ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ານໄພທຳມະຊາດ ໄດ້ຮັບການຜັນຂະຫຍາຍຢູ່ບັນດາທ້ອງຖິ່ນ ແລະ ສາສະໜາຕ່າງໆ, ອັນໄດ້ສ້າງການປ່ຽນແປງໂດຍພື້ນຖານໃນການຮັບຮູ້ຂອງການນຳ ແລະ ອົງການສາສະໜາກ່ຽວກັບບົດບາດ ຄວາມຮັບຜິດຊອບ ພ້ອມກັບທົ່ວປວງຊົນເຂົ້າຮ່ວມການ ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ”

ຕອບກັບ

ຂ່າວ/ບົດ​ອື່ນ