ບັນ​ດາ​ອົງ​ການ​ການ​ເງິນ​ສາ​ກົນ ຕີ​ລາ​ຄາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ປີ 2024 ຢ່າງ​ຕັ້ງ​ໜ້າ

(VOVWORLD) -  ໃນບົດລາຍງານການຄົ້ນຄວ້າທົ່ວໂລກ ກ່ຽວກັບ ຫວຽດນາມ ດ້ວຍຫົວຂໍ້ “ຫວຽດນາມ - ໝັ້ນຄົງເຂັ້ມແຂງກວ່າ ແຕ່ບໍ່ງ່າຍກວ່າ” ຫາກໍ່ປະກາດຫວ່າງມໍ່ໆມານີ້, ທະນາຄານ Standard Chartered  ຫວຽດນາມ ຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ຈະບັນລຸລະດັບ 6,7% ໃນປີນີ້.
ບັນ​ດາ​ອົງ​ການ​ການ​ເງິນ​ສາ​ກົນ ຕີ​ລາ​ຄາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ປີ 2024 ຢ່າງ​ຕັ້ງ​ໜ້າ - ảnh 1(ພາບປະກອບ: VOV)

ທ່ານ  Tim Leelahaphan, ນັກຊ່ຽວຊານຮັບຜິດຊອບດ້ານເສດຖະກິດຂອງ ໄທ ແລະ ຫວຽດນາມ, ທະນາຄານ Standard Chartered ໃຫ້ຮູ້ວ່າ ແງ່ຫວັງການເຕີບໂຕຂອງເສດຖະກິດ ຫວຽດນາມ ໃນໄລຍະກາງ ແມ່ນຍັງຄົງເຕັມໄປດ້ວຍຄວາມໝັ້ນໝາຍ. ຕາມນັກຊ່ຽວຊານທ່ານນີ້ແລ້ວ, ລາຍຮັບຈາກການຂາຍຍ່ອຍ ແລະ ການຜະລິດອຸດສາຫະກຳ ຫວຽດນາມ ຍັງຮັກສາທ່າແຮງໄດ້ເປັນຢ່າງດີ ໂດຍບໍ່ຫົວຊາຕໍ່ການດັດປັບຫວ່າງມໍ່ໆມານີ້ ແລະ ການນຳເຂົ້າສົ່ງອອກເລີ່ມມີການຟື້ນຟູ.

        ທະນາຄານ HSBC ກໍມີຂໍ້ສັງເກດເຊັ່ນດຽວກັນວ່າ ຫວຽດນາມ ພວມຟື້ນຟູຖືກຕາມຄວາມຄືບໜ້າ, ມີຄວາມສາມາດປະຕິບັດລະດັບການເຕີບໂຕໄດ້ 6% ຄືນໃນປີນີ້. ເມື່ອບັນດາກະແສງເງິນລົງທຶນ FDI ສືບຕໍ່ເພີ່ມຂຶ້ນ, ກຳລັງຄວາມສາມາດໃນການຜະລິດ, ຂົງເຂດຜະລິດຂອງ ຫວຽດນາມ ຈະມີສັນຍານຟື້ນຟູ, ນຳມາເຊິ່ງກາລະໂອກາດໃໝ່ໃຫ້ແກ່ຂົງເຂດສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ