ບັນດາອົງການການແພດ ແລະ ການເງິນໃຫຍ່ໃນໂລກກະຕຸກຊຸກຍູ້ການໃຫ້ບຸລິມະສິດວັກຊິນກັນໂຄວິດ-19 ໃຫ້ແກ່ບັນດາປະເທດທຸກຍາກ

(VOVWORLD) -ຖະແຫຼງການຮ່ວມກໍ່ກະຕຸກຊຸກຍູ້ບັນດານັກຜະລິດວັກຊິນ ຕ້ອງເພີ່ມສະມັດຕະພາບ ເພື່ອສະຫງວນໃຫ້ບັນດາປະເທດທຸກຍາກ ແລະ ຮັບປະກັນການໃຫ້ບຸລິມະສິດສະໜອງວັກຊິນຜ່ານກົນໄກ COVAX ແລະ ບັນດາປະເທດມີລາຍຮັບຕ່ຳ, ປານກາງ.
ບັນດາອົງການການແພດ ແລະ ການເງິນໃຫຍ່ໃນໂລກກະຕຸກຊຸກຍູ້ການໃຫ້ບຸລິມະສິດວັກຊິນກັນໂຄວິດ-19 ໃຫ້ແກ່ບັນດາປະເທດທຸກຍາກ - ảnh 1ບັນດານັກຜະລິດວັກຊິນຕ້ອງເພີ່ມສະມັດຕະພາບເພື່ອສະຫງວນໃຫ້ບັນດາປະເທດທຸກຍາກ
(ພາບປະກອບ: TTXVN)

ໃນຖະແຫຼງການຮ່ວມເຊິ່ງໄດ້ຍົກອອກມາໃນວັນທີ 31 ກໍລະກົດ, ການນຳອົງການອະນາໄມໂລກ (WHO), ອົງການການຄ້າໂລກ (WTO), ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ຢືນຢັນລັກສະນະຮີບດ່ວນຂອງເລື່ອງສະໜອງຄວາມສາມາດສຳຜັດກັບວັກຊິນກັນໂຄວິດ-19, ບັນດາການວິໄຈແລະ ວີທີການປິ່ນປົວໃຫ້ປະຊາຊົນທຸກຄົນໃນທົ່ວໂລກ. ບັນດາອົງການໄດ້ຮຽກຮ້ອງໃຫ້ບັນດາປະເທດ ຜັນຂະຫຍາຍໂຄງການສັກວັກຊິນກັນໂຄວິດ-19 ໃນວົງກວ້າງ ສຳເລັດ ຈົ່ງແບ່ງປັນແຫຼ່ງວັກຊິນຂອງຕົນໃຫ້ບັນດາປະເທດມີລາຍຮັບຕ່ຳ ຫຼື ມີລາຍຮັບປານກາງ ກໍຄືຜ່ານກົນໄກແຈກຢາຍວັກຊິນ COVAX ຫຼື AVAT.

ຖະແຫຼງການຮ່ວມກໍ່ກະຕຸກຊຸກຍູ້ບັນດານັກຜະລິດວັກຊິນຕ້ອງເພີ່ມສະມັດຕະພາບ ເພື່ອສະຫງວນໃຫ້ບັນດາປະເທດທຸກຍາກ ແລະ ຮັບປະກັນການໃຫ້ບຸລິມະສິດສະໜອງວັກຊິນຜ່ານກົນໄກ COVAX ແລະ ບັນດາປະເທດມີລາຍຮັບຕ່ຳ, ປານກາງ.

ຕາມເວັບໄຊຊະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 01 ສິງຫາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 198.501.621 ຄົນ, ໃນນັ້ນມີຜູ້ເສຍຊີວິດ 4.232.290 ຄົນ. ອາຊີ ກວາມເອົາ 1/3 ຈຳນວນຜູ້ຕິດເຊື້ອພະຍາດ (ກວ່າ 62 ລ້ານຄົນ), ເຊິ່ງແມ່ນພາກພື້ນຖືກຜົນສະທ້ອນຫຼາຍທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ