ບັນດາອົງການຄົ້ນຄ້ວານະໂຍບາຍຂອງສ.ເກົາຫຼີແລະຈີນເຈລະຈາຍຸດທະສາດເປັນຄັ້ງທຳອິດ

ບັນດາອົງການຄົ້ນຄ້ວານະໂຍບາຍຂອງສ.ເກົາຫຼີແລະຈີນເຈລະຈາຍຸດທະສາດເປັນຄັ້ງທຳອິດ - ảnh 1
ພາບປະກອບ

(vovworld) – ຕາມ​​ໂທ​ລະ​ພາບ​ KBS ຂອງ ສ ​ເກົາຫຼີ ​ແລ້ວ, ບັນດາ​ອົງການ​ຄົ້ນ​ຄ້ວາ​ນະ​ໂຍບາຍ​ແຫ່ງ​ຊາດ​ຂອງ ສ ​ເກົາຫຼີ ​ແລະ ຈີນ ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ເຂົ້າຮ່ວມ​ການເຈລະ​ເຈ​ຍຸດ​ທະ​ສາດ​ຈັດ​ຕັ້ງ​ໃນ​ວັນ​ທີ 6/12 ຢູ່​ນະຄອນຫຼວງ ​ເຊີ​ອູ​ນ. ​ເຫດການ​ນີ້​ຖືກ​ຈັດ​ຂຶ້ນ​ໃນ​ສະພາບ​ໄລ​ຍະ​ ມໍ່ໆ​ມານີ້ ຈີນ ຖະ​ແຫຼ​ງສ້າງ​ເຂດ​ປ້ອງ​ກັນ​ອາ​ກາດ (ADIZ) ​ໃນ​ທະ​ເລ​ຮວາ​ຕູ​ງ ​ເຮັດ​ໃຫ້ ສ ​ເກົາຫຼີ ​ແລະ ຍີ່ປຸ່ນ ລ້ວນ​ແຕ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ ​ແລະ ຖື​ນີ້​ແມ່ນ​ການ​ກະທຳ​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ສາ​ຍພົວພັນ 2 ຝ່າຍ. ການ​ເຈລະຈາ​ຍຸດ​ທະ​ສາດ​ເປັນ​ຄັ້ງ​ທຳ​ອິດ​ລະຫວ່າງ​ບັນດາ​ອົງການ​ຄົ້ນ​ຄ້ວາ​ນະ​ໂຍບາຍ​ແຫ່ງ​ຊາດ​ຂອງ ສ ​ເກົາຫຼີ ​ແລະ ຈີນ ມີ​ຫົວ​ຂໍ້​ຈຸດ​ສຸ​ມ​ແມ່ນ​ວີ​ທີ​ຫັນ​ການ​ພົວພັນ​​ໃນ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ ​ເປັນ​ລະອຽດ. ​ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ການ​ເຈລະຈາ, ທ່ານ​ຮອງ​ລັດຖະມົນຕີ ການ​ຕ່າງປະ​ເທດ ສ ​ເກົ​າຫຼີ Jo Tae – yeol ​ເນັ້ນ​ໜັກ​ນີ້​ແມ່ນ​ການ​ເຈລະຈາ​ຍຸດ​ທະ​ສາດ​ທຳ​ອິດ​ເຊິ່ງລວບ​ລວມ​ບັນດາ​ບັນຫາ​ການ​ເມືອງ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ ​ແລະ ສັງຄົມ​ລະຫວ່າງ 2 ປະ​ເທດ. ມີ​ຫົວ​ຂໍ້​ອື່ນ​ຂອງ​ການ​ເຈລະຈາ​ແມ່ນ​ການ​ຮ່ວມ​ມື ສ ​ເກົາຫຼີ - ຈີນ ​ເພື່ອ​ຄວາມໝັ້ນຄົງ ອາຊີ​ຕາ​ເວັນ​ອອກສຽງ​ເໜືອ ​ໃນ​ສະພາບ ຈີນ ຖະ​ແຫຼ​ງກ່ຽວ​ກັບ ADIZ. ທ່ານ​ເອກ​ອັກຄະ​ລັດຖະທູດ ຈີນ ປະຈຳ ສ ​ເກົາຫຼີ ຈາງ​ຊິນ​ເຊີນ ຫວັງ​ວ່າ​ບັນດາ​ອົງການ​ຄົ້ນ​ຄ້ວາ​ນະ​ໂຍບາຍ​ແຫ່ງ​ຊາດ​ຂອງ 2 ປະ​ເທດ ຈະພ້ອມ​ກັນ​ພິຈາລະນາ ​ແລະ ​ໄຈ້​ແຍກ​ບັນຫາ​ບົນ​ທັດສະນະ​ຍາວ​ນານ​ຈາກ​ນັ້ນ​ສະ​ເໜີ​ບັນດາ​ນະ​ໂຍບາຍ​ທີ່​ມີ​ຄວາມ​ສາມາ​ດ​ເປັນ​ໄປ​ໄດ້.

ຂ່າວ/ບົດ​ອື່ນ