ບັນດາ​ອົງການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ຕີ​ລາຄາ​ສູງ​ບັນດາ​ມາດ​ຕະການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 ຂອງ ຫວຽດນາມ

(VOVWORLD) - ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ 78 ແຫ່ງປະຈໍາຫວຽດນາມ ຫາກໍສົ່ງຈົດໝາຍສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບ ແລະ ສະໜັບສະໜູນຕໍ່ຄະນະຊີ້ນໍາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ຍ້ອນມີການຮັບມືຢ່າງທັນການ, ມີປະສິດທິຜົນ ແລະ ໂປ່ງໃສໃນການປ້ອງກັນ, ສະກັດກັ້ນ ແລະ ຍູ້ຖອຍໂລກລະບາດໂຄວິດ - 19.

ບັນດາອົງການດັ່ງກ່າວ ກໍສະແດງຄວາມເຫັນດີເຫັນພ້ອມຕໍ່ຖະແຫຼງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່ຽວກັບເລື່ອງ ລັດຖະບານ “ຕັດສິນໃຈຮັກສາສຸຂະພາບຂອງວົງຄະນະຍາດ ເຖິງວ່າຕ້ອງເສຍສະຫຼະຜົນປະໂຫຍດທາງດ້ານເສດຖະກິດໃນໄລຍະສັ້ນກໍ່ຕາມ ແລະ ຢັ້ງຢືນວ່າ ບັນດາອົງການຕ່າງໆຈະສະໜັບສະໜູນລັດຖະບານຫວຽດນາມຢ່າງສຸດຂີດ ໃນການຊ່ວຍເຫຼືອຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ກໍຄືປະຊາຊົນຜູ້ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19.

ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ 78 ແຫ່ງດັ່ງກ່າວ ໄດ້ລົງລາຍເຊັນໃນຈົດໝາຍຢັ້ງຢືນຄໍາໝັ້ນສັນຍາ ຈະສືບຕໍ່ຮັກສາການຮ່ວມມືສາກົນ ແລະ ສາມັກຄີກັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19; ພ້ອມທັງກຽມພ້ອມໃຫ້ການຊ່ວຍເຫຼືອ ບໍ່ພຽງແຕ່ໃນໄລຍະນີ້ເທົ່ານັ້ນ ຫາກຍັງສືບຕໍ່ໜູນຊ່ວຍຫວຽດນາມເມື່ອໂລກລະບາດສິ້ນສຸດລົງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ