ບັນ​ດາ​ອົງ​ການ​ຊາວ​ໜຸ່ມ​ຕ້ອງ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ສະ​ມາ​ຊິກ​ຄະ​ນະ​ຊາວ​ໜຸ່ມ, ເສີມ​ຂະ​ຫຍາຍ​ບົດ​ບາດຂອງ​ໄວ​ໜຸ່ມ

(VOVWORLD) -ຕອນບ່າຍວັນທີ 22 ມີນາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮຈີມິນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບພະນັກງານຄະນະຊາວໜຸ່ມບັນດາສະໄໝ ແລະ ພະນັກງານຄະນະຊາວໜຸ່ມດີເດັ່ນ ທີ່ໄດ້ຮັບລາງວັນ ຫຼີຕື້ຈ້ອງ ປີ 2021.
ບັນ​ດາ​ອົງ​ການ​ຊາວ​ໜຸ່ມ​ຕ້ອງ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ສະ​ມາ​ຊິກ​ຄະ​ນະ​ຊາວ​ໜຸ່ມ, ເສີມ​ຂະ​ຫຍາຍ​ບົດ​ບາດຂອງ​ໄວ​ໜຸ່ມ - ảnh 1ທ່ານນາຍົກລັດຖະມົນຕີ  ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: VGP)

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ໃນຕະຫຼອດໄລຍະ 90 ປີແຫ່ງການສ້າງສາ, ພັດທະນາ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ສົມເປັນກອງສຳຮອງທີ່ເປັນໜ້າໄວ້ເນື້ອເຊື່ອໃຈຂອງພັກ, ກຳລັງຕະລຸມບອນຂອງປະຕິວັດ, ແມ່ນໂຮງຮຽນລັດທິສັງຄົມຂອງ ຊາວໜຸ່ມ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຕ້ອງມີຄວາມເອົາໃຈໃສ່ລົງທຶນ, ເບິ່ງແຍງໃຫ້ສະມາຊິກຄະນະຊາວໜຸ່ມໃຫ້ຫຼາຍກ່ວາອີກ, ຄັ້ງໜ້າຝຶກຝົນຫຼໍ່ຫຼອມ, ເສີມຂະຫຍາຍພູນປັນຍາ ແລະ ຈິດໃຈຕະລຸມບອນຂອງໄວໜຸ່ມ ໃນການພັດທະນາເສດຖະກິດ ສັງຄົມ ແລະ ປົກປັກຮັກສາປະເທດຊາດ. ຊາວໜຸ່ມຕ້ອງນຳໜ້າໃນຂະບວນການປ່ຽນແປງໃໝ່ປະດິດຄິດສ້າງ, Startup. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາອົງການບໍລິຫານທຸກຂັ້ນຕ້ອງເອົາໃຈໃສ່ ຄະນະຊາວໜຸ່ມໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ