ບັນດາອົງການຕາງໜ້າຄະນະທູຕານຸທູດປະຈຳຕ່າງປະເທດຕ້ອນຮັບບຸນປີໃໝ່ປີກຸນ

(VOVWORLD) -ທ່ານ ຫງວຽນບ໊າຮຸ່ງ ໄດ້ອວຍພອນໃຫ້ 2 ປະເທດ ກ້າວເຂົ້າສູ່ປີໃໝ່ຈົ່ງສືບຕໍ່ຍາດໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງກວ່າອີກ ໃນພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ພັດທະນາ.
ບັນດາອົງການຕາງໜ້າຄະນະທູຕານຸທູດປະຈຳຕ່າງປະເທດຕ້ອນຮັບບຸນປີໃໝ່ປີກຸນ - ảnh 1 (ງານລ້ຽງການຕ່າງປະເທດຕ້ອນຮັບປີໃໝ່ປີກຸນ 2019, ຢູ່ນະຄອນຫຼວງວຽງຈັນ)

ທີ່ງານລ້ຽງການຕ່າງປະເທດຕ້ອນຮັບປີໃໝ່ປີກຸນ 2019, ຕອນຄ່ຳວັນທີ 25 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໊າຮຸ່ງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງທີ່ຍາມໃດກໍ່ສະຫງວນການຮ່ວມມື, ຊ່ວຍເຫຼືອຢ່າງທັນການ ແລະ ມີປະສິດທິຜົນໃຫ້ແກ່ສະຖານທູດຫວຽດນາມ ແລະ ບັນດາອົງການຕາງໜ້າ, ບັນດາວິສາຫະກິດ ແລະ ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ທຳມາຫາກິນ, ຮ່ຳຮຽນ, ປະຕິບັດງານຢູ່ລາວ. ທ່ານ ຫງວຽນບ໊າຮຸ່ງ ໄດ້ອວຍພອນໃຫ້ 2 ປະເທດ ກ້າວເຂົ້າສູ່ປີໃໝ່ຈົ່ງສືບຕໍ່ຍາດໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງກວ່າອີກ ໃນພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ພັດທະນາ.

ແລະກໍ່ໃນຕອນຄ່ຳວັນທີ 25 ມັງກອນ, ຢູ່ພະນົມເປັນ, ປະເທດກຳປູເຈຍ, ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໄດ້ຈັດພິທີຕ້ອນຮັບລະດູບານໃໝ່, ຕ້ອນຮັບປີໃໝ່ປີກຸນ ພ້ອມກັບພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ກຳປູເຈຍ ເປັນຈຳນວນຫຼາຍ. ເມື່ອທົບທວນຄືນບັນດາຜົນງານພົ້ນເດັ່ນຂອງປະເທດຊາດໃນປີ 2018, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ຟ້າມກວາງວິງ ສະແດງຄວາມປິຕິຊົມຊື່ນ ເມື່ອໄດ້ເຫັນປະຈັກຕາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ຊາດຫວຽດນາມ - ກຳປູເຈຍ ທີ່ນັບມື້ນັບໄດ້ຮັບການປັບປຸງ, ເພີ່ມພູນຄູນສ້າງ, ໃນນັ້ນມີການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ກຳປູເຈຍ. ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ, ໃນປີໃໝ່ປີກຸນ ນີ້, 2 ປະເທດຫວຽດນາມ - ກຳປູເຈຍ ຈະບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ