ບັນດາອົງການຕາງໜ້າຫວຽດນາມປະຈຳອາເມລິກາຍາມໃດກໍ່ແມ່ນຂົວເຊື່ອມຕໍ່ໃຫ້ວິສາຫະກິດ 2 ປະເທດ

(VOVWORLD) -ໃນລະຫວ່າງວັນທີ 06 – 08 ເມສາ, ທ່ານ ຟ້າມກວາງວິງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ໄດ້ມີການໄປປະຕິບັດງານຢູ່ນະຄອນ Boston, ລັດ Massachusetts, ເຂົ້າຮ່ວມການແຂ່ງຂັນ Starup ຢ່າງມີຫົວຄິດປະດິດສ້າງທົ່ວໂລກ - ສິ່ງທ້າທາຍຫວຽດນາມ ປີ 2018 (VietChallenge 2018), ເຂົ້າຮ່ວມ ແລະ ກ່າວປາໄສທີ່ກອງປະຊຸມສຳມະນາລົງທຶນຫວຽດນາມ - ອາເມລິກາ ແລະ ເຮັດວຽກກັບສະມາຄົມຊາວໜຸ່ມນັກສຶກສາຫວຽດນາມ.

ບັນດາອົງການຕາງໜ້າຫວຽດນາມປະຈຳອາເມລິກາຍາມໃດກໍ່ແມ່ນຂົວເຊື່ອມຕໍ່ໃຫ້ວິສາຫະກິດ 2 ປະເທດ - ảnh 1 ບັນດາອົງການຕາງໜ້າຫວຽດນາມປະຈຳອາເມລິກາຍາມໃດກໍ່ແມ່ນຂົວເຊື່ອມຕໍ່ໃຫ້ວິສາຫະກິດ 2 ປະເທດ

(ພາບ: TTXVN)

ເຂົ້າຮ່ວມຮອບຊິງຊະນະເລີດ VietChallenge 2018 ໂດຍສະມາຄົມນັກສຶກສາຫວຽດນາມ ຈັດຕັ້ງ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ປາດຖະໜາ ບັນດາຊາວໜຸ່ມຫວຽດນາມ ທີ່ພວມຮ່ຳຮຽນ, ດຳລົງຊີວິດຢູ່ຕ່າງປະເທດ, ກໍ່ຄືບັນດາວິສາຫະກິດ start – up ຫວຽດ ສືບຕໍ່ສາມັກຄີກັນ, ເຊື່ອມຕໍ່ ແລະ ປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດ, ກໍຄືການພົວພັນອັນດີງາມລະຫວ່າງຫວຽດນາມ - ອາເມລິກາ.

      ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຳມະນາການລົງທຶນຫວຽດນາມ - ອາເມລິກາ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ປາດຖະໜາວ່າ ບັນດານັກລົງທຶນອາເມລິກາ ກໍຄືບັນດາ start – up ຂອງຊາວຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນງານຫຼາຍກວ່າອີກຢູ່ທັງ 2 ຕະຫຼາດຫວຽດນາມ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ