ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບ ຄວນສຸມໃສ່ແກ້ໄຂຂໍ້ສະເຫນີແນະ ຂອງຜູ້ມີສິດເລືອກຕັ້ງ

ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບ ຄວນສຸມໃສ່ແກ້ໄຂຂໍ້ສະເຫນີແນະ ຂອງຜູ້ມີສິດເລືອກຕັ້ງ - ảnh 1
ທ່ານ To Huy Rua ພົບປະກັບຜູ້ມີສິດເລືອກຕັ້ງ
ຕາແສງ Phu Lam
xaydungdang.org.vn


(vovworld) -  ​ວັນ​ທີ 2/5, ທ່ານ To Huy Rua ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ພ້ອມ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Bac Ninh ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່ ຕາ​ແສງ Dinh Bang ​ແລະ ຕາ​ແສງ Phu Khe, ຕາ​ແສງ Phu Lam, Hien Van. ທ່ານ To Huy Rua ​ໄດ້​ແຈ້ງ​ຮ່າງ​ເນື້ອ​​ໃນ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13; ​ແຈ້ງ​ໝາກຜົນ​ການ​ຕອບ​ຄຳ​ຖາມ​ຂອງ​ບັນດາ​ອົງການ​ທີ່​ມີຫນ້າ​ທີ່​ຮັບຜິດຊອບ​ສຳລັບ​ຄຳ​ເຫັນ, ຂໍ້​ສະ​ເຫ​ນີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ; ຮັບ​ຟັງ, ຕອບ​ຄຳ​ຖາມ​ໂດຍ​ກົງ ​ແລະ ຮັບ​ເອົາ​,​ ລວບ​ລວມຄຳ​ເຫັນ, ຂໍ້​ສະ​ເຫ​ນີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ໃນ​ສະ​ໄຫມ​ປະຊຸມ​ເທື່ອ​ຈະ​ມາ​ເຖິງ. ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ລ້ວນ​ແຕ່​ປາດ​ຖະຫນາ​ວ່າ ສະພາ​ແຫ່ງ​ຊາດ ຈະສືບ​ຕໍ່​ປ່ຽນ​ໃຫມ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ຍົກ​ສູງ​ບົດບາດ​ຫນ້າ​ທີ່​ຄວາມ​ຮັບຜິດຊອບ, ສ​​່ອງ​ແສງ​ຄຳ​ເຫັນ, ຂໍ້​ສະ​ເຫ​ນີຂອງ​ຜູ້ມີ​ສິດ​ເລືອກ​ຕັ້ງ​​ເຖິງ​ສະພາ​ແຫ່ງ​ຊາດຢ່າງ​ທັນ​ການ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເຫ​ນີ​ໃຫ້​ທຸກ​ຂັ້ນ, ທຸກຂະ​ແຫນງ​ການ ສືບ​ຕໍ່​ປະຕິບັດ ​ແລະ ສ້າງ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ລະບອບ​ທີ່​ມີ​ຕໍ່​ພະນັກງານ​ຕາ​ແສງ, ຜູ້​ອາຍຸ​ສູງ, ພະນັກງານ​ຂະ​ແຫນງ​ສາທາລະນະ​ສຸກ, ການ​ສຶກສາ, ຜູ້​ຖືກ​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ, ​ແກ້​ໄຂ​ສະພາບ​ມົນລະ​ພິດ​ສິ່ງ​ແວດ​ລ້ອມ. ທ່ານ To Huy Rua ຖື​ວ່າ: ສຳລັບ​ບັນດາ​ບັນຫາ​ຮ້ອນ​ເຮ່ັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເຫ​ນີ, ບັນດາ​ອົງການ​ທີ່​ມີຫນ້າ​ທີ່​ຮັບຜິດຊອບ​ຄວນ​ສຸມ​ໃສ່​ແກ້​ໄຂ. ບັນດາ​ບັນຫາ​ນີ້​ຈະ​ຖືກ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຮັບ​ເອົາ​ເພື່ອ​ລວບ​ລວມຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ໃນ​ກອງ​ປະຊຸມ​ສະ​ໄຫມ​ຕໍ່​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ