ບັນ​ດາ​ອົງ​ການ​ສື່​ມວນ​ຊົນ ມຸ່ງ​ໄປ​ເຖິງ​ການ​ສ້າງ​ລະ​ບົບ​ຄົບ​ຊຸດ​ໃນ​ການ​ຖະ​ແຫຼງ​ຂ່າວ

(VOVWORLD) -ຕອນເຊົ້າວັນທີ 18 ມັງກອນ, ປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ ໄດ້ຈັດຕັ້ງພິທີເປີດສະຫຼອງລະບົບໜ້າຈໍໜັກເວັບໃໝ່ຂອງປະຕູຖານຂໍ້ມູນເອເລັກໂຕນິກ ລັດຖະບານ ແລະ ສຳນັກບັນນາທິການ, ເນື່ອງໃນໂອກາດສະເຫຼີມສະຫຼອງ 16 ປີ ແຫ່ງປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານເຊື່ອມຕໍ່ກັບອິນເຕີເນັດ (10/1/2006 – 10/1/2022).
ບັນ​ດາ​ອົງ​ການ​ສື່​ມວນ​ຊົນ ມຸ່ງ​ໄປ​ເຖິງ​ການ​ສ້າງ​ລະ​ບົບ​ຄົບ​ຊຸດ​ໃນ​ການ​ຖະ​ແຫຼງ​ຂ່າວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕີລາຄາສູງບົດບາດຂອງປະຕູຖານຂໍ້ມູນເອເລັກໂຕນິກ ລັດຖະບານ ແລະ ຢັ້ງຢືນວ່າ ບໍ່ພຽງແຕ່ໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງລັດຖະບານ, ກົງຈັກບໍລິຫານຂອງລັດເຖິງປະຊາຊົນ, ຜູ້ອ່ານຢູ່ຕ່າງປະເທດໄດ້ຢ່າງທັນການເທົ່ານັ້ນ, ຫາກປະຕູຖານຂໍ້ມູນເອເລັກໂຕນິກ ລັດຖະບານ ຍັງມີຄວາມຄືບໜ້າຢ່າງຈະແຈ້ງໃນການຮັບເອົາຄຳເຫັນກະທົບຕອບ, ຄຳປຶກສາ, ຄຳເຫັນປະກອບ, ຄຳລະດົມກຳລັງໃຈຂອງປະຊາຊົນ ແລະ ເພື່ອນມິດສາກົນອີກດ້ວຍ.

        ທ່ານຮອງນາຍົກລັດຖະມົນຕີ ສະເໜີກະຊວງຖະແຫຼງຂ່າວ ແລະ ການສື່ສານ ສົມທົບກັບສະມາຄົມນັກຂ່າວ ຫວຽດນາມ, ບັນດາອົງການສື່ມວນຊົນ, ປະຕູຖານຂໍ້ມູນ, ເວັບໄຊ… ຕ້ອງສ້າງເປັນລະບົບທີ່ຄົບຊຸດໃນການຖະແຫຼງຂ່າວກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ພ້ອມທັງຮັບເອົາການເຂົ້າຮ່ວມ, ປະກອບຄຳເຫັນຂອງປະຊາຊົນ, ນຳເຂົ້າຖານຂໍ້ມູນເພື່ອໄຈ້ແຍກ, ເປັນພື້ນຖານເພື່ອດັດປັບນະໂຍບາຍ.

ຕອບກັບ

ຂ່າວ/ບົດ​ອື່ນ