ບັນດາອົງການສື່ມວນຊົນແມ່ນກຳລັງຫຼັກແຫຼ່ງໃນວຽກງານໂຄສະນາເຜີຍແຜ່ນະໂຍບາຍ

(VOVWORLD) - ຫົວຂໍ້ຂອງກອງປະຊຸມສຳມະນາປີ 2023 ໄດ້ເຕື້ອງເຖິງບັນຫາເຊິ່ງພັກ, ລັດ ແລະ ລັດຖະບານ ຫວຽດນາມ ມີຄວາມສົນໃຈທີ່ສຸດ
ບັນດາອົງການສື່ມວນຊົນແມ່ນກຳລັງຫຼັກແຫຼ່ງໃນວຽກງານໂຄສະນາເຜີຍແຜ່ນະໂຍບາຍ - ảnh 1(ທີ່ກອງປະຊຸມສຳມະນາ)

        ຕອນເຊົ້າວັນທີ 01 ຕຸລາ, ຢູ່ ຮ່າໂນ້ຍ, ສະຖາບັນສືມວນຊົນ ແລະ ໂຄສະນາ, ວາລະສານກອມມູນິດ ແລະ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ສົມທົບກັນຈັດກອງປະຊຸມສຳມະນາວິທະຍາສາດສາກົນ “ແຫຼ່ງກຳລັງໃຫ້ແກ່ວຽກງານໂຄສະນາເຜີຍແຜ່ນະໂຍບາຍ”.

        ຫົວຂໍ້ຂອງກອງປະຊຸມສຳມະນາປີ 2023 ໄດ້ເຕື້ອງເຖິງບັນຫາເຊິ່ງພັກ, ລັດ ແລະ ລັດຖະບານ ຫວຽດນາມ ມີຄວາມສົນໃຈທີ່ສຸດ, ນັ້ນແມ່ນ: ວຽກງານໂຄສະນາເຜີຍແຜ່ນະໂຍບາຍເພື່ອຍົກສູງຜົນສັກສິດ, ປະສິດທິຜົນການປະຕິບັດນະໂຍບາຍ ແລະ ແຫຼ່ງກຳລັງເພື່ອໂຄສະນາເຜີຍແຜ່ນະໂຍບາຍຢ່າງມີປະສິດທິຜົນ.

        ຜ່ານການປຶກສາຫາລື, ບັນດາຜູ້ແທນ, ນັກວິທະຍາສາດໄດ້ເນັ້ນໜັກເຖິງຄວາມສົນໃຈ ແລະ ບັນດານະໂຍບາຍຂອງລັດຖະບານ, ນາຍົກລັດຖະມົນຕີ ສຳລັບວຽກງານໂຄສະນາເຜີຍແຜ່ນະໂຍບາຍ ແມ່ນແຫຼ່ງກຳລັງສຳຄັນໃນວຽກງານດັ່ງກ່າວ. ພ້ອມກັນນັ້ນ, ບັນດາອົງການວາງແຜນນະໂຍບາຍ ແລະ ອົງການສື່ມວນຊົນ ຕ້ອງເພີ່ມທະວີການລົງທຶນດ້ານແຫຼ່ງກຳລັງມະນຸດ, ການເງິນ, ເຕັກໂນໂລຊີ ແລະ ບັນດາແຫຼ່ງກຳລັງອື່ນໆ ເພື່ອໃຫ້ວຽກງານໂຄສະນາເຜີຍແຜ່ນະໂຍບາຍ ບັນລຸປະສິດທິຜົນ, ຈາກນັ້ນ, ຍົກສູງປະສິດທິພາບ ແລະ ປະສິດທິຜົນໃນການປະຕິບັດນະໂຍບາຍ.

ຕອບກັບ

ຂ່າວ/ບົດ​ອື່ນ