ບັນ​ດາ​ອົງ​ການ​ແຖວ​ໜ້າ​ໂລກ ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ການ​ແຈກ​ຢາຍ​ວັກ​ຊິນ​ຢ່າງ​ຍຸ​ຕິ​ທຳ

(VOVWORLD) -ຄວາມແຕກຕ່າງກັນລະຫວ່າງບັນດາໂຄງການສັກວັກຊິນກັນພະຍາດໂຄວິດ - 19 ໄດ້ເຮັດໃຫ້ປະກົດມີສາຍພັນໃໝ່ຂອງເຊື້ອໄວຣັດ SARS-CoV-2 ແລະ ບັນດາສາຍພັນດັ່ງກ່າວ ແມ່ນສາເຫດພາໄປເຖິງການແຜ່ລະບາດຮອບໃໝ່ຢູ່ບັນດາປະເທດພວມພັດທະນາ.
ບັນ​ດາ​ອົງ​ການ​ແຖວ​ໜ້າ​ໂລກ ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ການ​ແຈກ​ຢາຍ​ວັກ​ຊິນ​ຢ່າງ​ຍຸ​ຕິ​ທຳ - ảnh 1(ພາບປະກອບ: AFP)

  “ຕ້ອງມີຄຳໝັ້ນສັນຍາໃໝ່ກ່ຽວກັບການແຈກຢ່າງວັກຊິນກັນພະຍາດໂຄວິດ - 19 ຢ່າງຍຸຕິທຳກວ່າ ເພື່ອສາມາດຄວບຄຸມໂລກລະບາດດັ່ງກ່າວ.” ນີ້ແມ່ນຄຳຮຽກຮ້ອງຂອງຜູ້ນຳໜ້າ 4 ອົງການຈັດຕັ້ງສາກົນໃຫຍ່ ລວມມີ ທ່ານນາງ Kristalina Georgieva ຜູ້ອຳນວຍການຝ່າຍບໍລິຫານກອງທຶນເງິນຕາສາກົນ (IMF), ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus, ທ່ານປະທານທະນາຄານໂລກ (WB) David Malpas ແລະ ທ່ານຜູ້ອຳນວຍການອົງການການຄ້າໂລກ (WTO) Ngozi Okonjo-Iweala.

        ບັນດາເຈົ້າໜ້າທີ່ຖືວ່າ ຄວາມແຕກຕ່າງກັນລະຫວ່າງບັນດາໂຄງການສັກວັກຊິນກັນພະຍາດໂຄວິດ - 19 ໄດ້ເຮັດໃຫ້ປະກົດມີສາຍພັນໃໝ່ຂອງເຊື້ອໄວຣັດ SARS-CoV-2 ແລະ ບັນດາສາຍພັນດັ່ງກ່າວ ແມ່ນສາເຫດພາໄປເຖິງການແຜ່ລະບາດຮອບໃໝ່ຢູ່ບັນດາປະເທດພວມພັດທະນາ.

        ການນຳ 4 ອົງການຈັດຕັ້ງສາກົນ ຮຽກຮ້ອງວ່າ ໃນຂອບເຂດກອງປະຊຸມທີ່ຈະຈັດຂຶ້ນຢູ່ ອັງກິດໃນເດືອນ ມິຖຸນານີ້, ກຸ່ມບັນດາພື້ນຖານອຸດສາຫະກຳແຖວໜ້າໂລກ (G7) ຈະເຫັນດີຕໍ່ຍຸດທະສາດສົມທົບກັນເພີ່ມທະວີ ໂດຍອີງໃສ່ແຫຼ່ງການເງິນໃໝ່ ເພື່ອຜັນຂະຫຍາຍການສັກວັກຊິນໃນຂອບເຂດທົ່ວໂລກ. ໄປຄຽງຄູ່ກັນນັ້ນ, ສະເໜີ G7 ເຫັນດີອຸປະຖຳໃຫ້ແກ່ແຜນການທີ່ມີມູນຄ່າ 50 ຕື້ USD ໂດຍ IMF ໄດ້ວາງອອກ ເພື່ອແນໃສ່ຍູ້ໄວຄວາມມານະພະຍາຍາມຢຸດຕິໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ