ບັນດາເຂດອຸດສາຫະ ກຳຢູ່ນະຄອນໂຮ່ຈິມິນ ກັບຄືນການເຄື່ອນ ໄຫວເປັນປົກກະຕິ


 ບັນດາເຂດອຸດສາຫະ ກຳຢູ່ນະຄອນໂຮ່ຈິມິນ ກັບຄືນການເຄື່ອນ ໄຫວເປັນປົກກະຕິ - ảnh 1

(ພາບ: vov)

(vovworld)- ຕອນ​ເຊົ້າວັນ​ທີ 19/5, ຢູ່​ບັນດາ​ເຂດ​ປຸງ​ແຕ່ງ​ສົ່ງ​ອອກ, ​ເຂດ​ອຸດ​ສາ​ຫະກຳ​ນະຄອນ​ໂຮ່ຈິ​ມິນ, 100% ວິ​ສາຫະກິດ​ຖືກ​ຜົນ​ສະທ້ອນ​ໂດຍ​ບັນດາ​ພາກສ່ວນ​ຫົວ​ຮຸນແຮງທຳລາຍ​ເມື່ອ​ກາງ​ອາທິດ​ກ່ອນ ​ໄດ້​ຟື້ນ​ຟູ​ການ​ຜະລິດ​ເປັນ​ປົກກະ​ຕິ. ບັນດາ​ວິ​ສາ​ຫະກິດ​ໄຕ​ຫວັນ, ຈີນ ​ແມ່ນ​ບັນດາ​ຫົວໜ່ວຍ​ຜັນຂະຫຍາຍ​ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໄວ​ກ່ວາ​ໝູ່. ທ່ານ​ຫວຸ້ວັນ​ຮ່ວາ, ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ບັນດາເຂດ​ປຸງ​ແຕ່ງ​ສົ່ງ​ອອກ, ​ເຂດ​ອຸດ​ສາ​ຫະກຳ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

   “ບັນດາ​ວິ​ສາ​ຫະກິດ​ຕ້ອງ​ມີ​ຄວາມ​ເຊື່ອໝັ້ນຕໍ່​ລັດ, ກົດໝາຍ​ຫວຽດນາມ ຊື່​ງຍາມ​ໃດ​ກໍ່​ຮ່ວມ​ເດີນທາງ, ປົກ​ປ້ອງ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບັນດາ​ນັກ​ລົງທຶນ. ​ໂດຍ​ແມ່ນ​ອົງການ​ຄຸ້ມ​ຄອງ​ແຫ່ງ​ລັດ​ໃນບັນດາເຂດ​ປຸງ​ແຕ່ງ​ສົ່ງ​ອອກ, ​ເຂດ​ອຸດ​ສາ​ຫະກຳ​, ຍາມ​ໃດ​ພວກ​ຂ້າພະ​ເຈົ້າກໍ່​ໜູນ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ​ຂອງ​ວິ​ສາ​ຫະກິດ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທີ່​ປອດ​ໃສ, ປອດ​ໄພ​ຢູ່​ນະຄອນ “

ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ກຳມະກອນ​ຈີນ​ຢູ່​ຮ່າ​ຕິ້ງ​ກັບ​ເມືອ​ປະ​ເທດ​ຕາມ​ຂໍ້​ສະ​ເໜີ​ຂອງ​ນັກ​ປະມູນ

   ພາຍຫຼັງ​ເຫດການ​ເກີດ​ຂຶ້ນ​ຢູ່​ໂຄງ​ການ Formosa, ​ເຂດ​ເສດຖະກິດ​ຫວຸ້ງອາງ, ​ແຂວງ​ຮ່າ​ຕິ້ງ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ບັນດາ​ອົງການມີ​ສ່ວນ​ກ່ຽວຂ້ອງ​ໄດ້​ຮີບ​ເຮັ່ງ, ຕັ້ງໜ້າ​ຜັນ​ຂະຫຍາຍ​ຫຼາຍ​ມາດ​ຕະການ​ຊ່ວຍ​ເຫຼືອ, ໜູນ​ຊ່ວຍ​ບັນດາ​ອົງການ​ຈັດຕັ້ງ, ສ່ວນ​ບຸກຄົນ​ຂອງ​ຕ່າງ​ງປະ​ເທດ ​ແລະ ຫວຽດນາມ ທີ່​ຖືກ​ເສຍ​ຫາຍ​ດ້ານ​ສຸຂະພາບ ​ແລະ ຊັບ​ສິນ; ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຮັກສາ​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່​ໃນ​ເຂດ ໂຄງ​ການ Formosa ​ແລະ ບັນດາ​ໂຄງການ​ອື່ນ​ໃນ​ເຂດ​ເສດຖະກິດ​ຫວຸ້ງອາງ ເປັນ​ປົກກະຕິ. ປະຈຸ​ບັນ, ສະພາບ​ໄດ້​ກັບ​ຄືນ​ຄວາມ​ເປັນ​ປົກກະຕິ​ແລ້ວ.
  ​ເຈົ້າໜ້າ​ທີ່, ບັນດາ​ນັກ​ປະມູນ, ວິ​ສາວະ​ກອນ ​ແລະ ​ກຳມະກອນ​ຈີນ ລ້ວນ​ແຕ່​ຮັບ​ຮູ້​, ຂອບ​ອົກ​ຂອບ​ໃຈ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ​ແລະ ບັນດາ​ຫົວໜ່ວຍ​ກ່ຽວຂ້ອງ ​ທີ່ໄດ້​ແກ້​ໄຂ​ເຫ​ດການ​ຢ່າງ​ວ່ອງ​ໄວ, ​ເຂັ້ມງວດ ​ແລະ ມີ​ປະສິດທິ​ຜົນ./.

ຂ່າວ/ບົດ​ອື່ນ