ບັນດາເຈົ້າຫນ້າທີ່ເສດຖະກິດອາຊຽນປຶກສາຫາລື,ກະກຽມໃຫ້ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ48

ບັນດາເຈົ້າຫນ້າທີ່ເສດຖະກິດອາຊຽນປຶກສາຫາລື,ກະກຽມໃຫ້ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ48 - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:vov

(vovworld)- ໃນ​ວັນ​ທີ 01 ແລະ 02/8, ບັນ​ດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ເສດ​ຖະ​ກິດ ອາ​ຊຽນ ໄດ້​ດຳ​ເນີນກອງ​ປະ​ຊຸມ​ຈັດ​ກຽມ​ໃຫ້​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 48 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ ປະ​ເທດ​ລາວ ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ3/8. ທີ່ກອງ​ປະ​ຊຸມ, ບັນ​ດາ​ເຈົ້າ​ຫ​ນ້າ​ທີ​່​ເສດ​ຖະ​ກິດ ອາ​ຊຽນ ພິ​ຈ​າ​ລະ​ນາ​ແລກ​ປ່ຽນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ ຊື່ງ​ຈະ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 48 ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ. ພິ​ເສດ ແມ່ນ​ບົດ​ລາຍ​ງານ​ຂອງ​ເຈົ້າ​ຫນ້າ​ທີ່​ເສດ​ຖະ​ກິດ ອາ​ຊຽນ ທີ່ກອງ​ປະ​ຊຸມ​ສະ​ພາ​ເຂດ​ການ​ຄ້າ​ເສ​ລີ AFTA ຄັ້ງ​ທີ 30, ກອງ​ປະ​ຊຸມ​ສະ​ພາ​ລົງ​ທຶນ ອາ​ຊຽນ​ຄັ້ງ​ທີ 19, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 48, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕ​ີ​ເສດ​ຖະ​ກິດ ​ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ​ຫວຽດ​ນາມ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ຂອງ ແລະ ຍີ່​ປຸ່ນ ກໍ​ຄື​ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື. ນອກ​ຈາກ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ພາຍ​ໃນ​ກຸ່ມ, ທີ່ກອງ​ປະ​ຊຸມ​ຄັ້ງນີ້ ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ ຈະ​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ລາຍ​ໃຫຍ່​ຄື: ຍີ່​ປຸ່ນ, ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ສ​ເກົາ​ຫລີ, ຈີນ, ລັດ​ເຊຍ, ອິນ​ເດຍ ແລະ ກາ​ນາ​ດາ ກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ເຈົ້າ​ຫ​ນ້າ​ທີ່​ເສດ​ຖະ​ກິດ ກຳ​ປູ​ເຈຍ - ມຽນ​ມາ - ລາວ -ຫວຽດ​ນາມ ໂດຍ​ມີ​ກາ​ນ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ຫນ້າ 4 ປະ​ເທດ ແລະ ຄະ​ນະ​ເລ​ຂາ​ອາ​ຊຽນ ເພື່ອ​ຮັບ​ຮ​ອງ​ເອົາ​ບາງ​ເນື້ອ​ໃນ​ສຳ​ຄັນ​ໃນ​ນັ້ນ ມີ​ແຜນ​ການ​ພັດ​ທະ​ນາ ກຳ​ປູ​ເຈຍ - ມຽນ​ມາ - ລາວ -ຫວຽດ​ນາມ ໃນ​ປີລາວ​ເປັນ ປະ​ທານ​ອາ​ຊຽນ​ ເພື່ອ​ຕີ​ລາ​ຄາ​ການ​ສະ​ຫລຸບ​ການ​ປະ​ຕິ​ບັດ​ບັນ​ດາ​ວຽກ​ງານ​ໃນ​ປີ 2016.

ໝີ​ບີງ, ນັກ​ຂ່າວ VOV ຢູ່ ວຽງ​ຈັນ

ຕອບກັບ

ຂ່າວ/ບົດ​ອື່ນ