ບັນ​ດາ​ເຈົ້າ​ໜ້າ​ທີ່ ອາ​ຊຽນ​ຈັດ​ກອງ​ປະ​ຊຸມ​ຈັດ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 40,41 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ

(VOVWORLD) -ບັນດາປະເທດກໍ່ໄດ້ປຶກສາຫາລື ແລະ ປະກອບຄຳເຫັນກ່ຽວກັບເອກະສານປະມານ 100 ສະບັບ ທີ່ຈະຍື່ນສະເໜີຕໍ່ການນຳບັນດາປະເທດ ເພື່ອພິຈາລະນາໃນໂອກາດນີ້.
ບັນ​ດາ​ເຈົ້າ​ໜ້າ​ທີ່ ອາ​ຊຽນ​ຈັດ​ກອງ​ປະ​ຊຸມ​ຈັດ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 40,41 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ - ảnh 1ຜູ້ແທນບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມຈັດກຽມ (ພາບ: TTXVN )

ວັນທີ 9 ພະຈິກ, ຢູ່ພະນົມເປັນ, ກຳປູເຈຍ, ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຫົວໜ້າຄະນະເຈົ້າໜ້າທີ່ຂັ້ນສູງ ອາຊຽນ ຂອງ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ກອງປະຊຸມໄດ້ສຳຫຼວດກວດຄືນ ແລະ ເຫັນດີເປັນເອກະພາບລາຍການເຄື່ອນໄຫວ ແລະ ໂຄງການດຳເນີນງານ ຂອງບັນດາກອງປະຊຸມຂັ້ນສູງ ອາຊຽນ ແລະ ລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມມືທີ່ຈະດຳເນີນໃນລະຫວ່າງ ວັນທີ 10 – 13 ພະຈິກ ຈະມາເຖິງ. ບັນດາປະເທດກໍ່ໄດ້ປຶກສາຫາລື ແລະ ປະກອບຄຳເຫັນກ່ຽວກັບເອກະສານປະມານ 100 ສະບັບ ທີ່ຈະຍື່ນສະເໜີຕໍ່ການນຳບັນດາປະເທດ ເພື່ອພິຈາລະນາໃນໂອກາດນີ້. ນອກຈາກລາຍງານຄວາມຄືບໜ້າຂອງບັນດາສະພາປະຊາຄົມ ແລະ ບັນດາອົງການຕ່າງໆໃນອາຊຽນຕາມຂໍ້ກຳນົດ, ການນຳບັນດາປະເທດ ຈະຮັບຮອງເອົາຖະແຫຼງການສຳຄັນຫຼາຍສະບັບ ກ່ຽວກັບວິວັດທະນາການ ສ້າງປະຊາຄົມ ອາຊຽນ ແລະ ການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື.

ຕາມແຜນການແລ້ວ, ວັນທີ 10 ພະຈິກ ກອງປະຊຸມຈະກຽມຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ, ລວມມີສະພາປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ (APSC) ຄັ້ງທີ 25 ແລະ ກອງປະຊຸມສະພາປະສານງານ ອາຊຽນ (ACC) ຄັ້ງທີ 31, ເພື່ອກວດກາຄືນຄັ້ງສຸດທ້າຍສຳລັບວຽກງານກະກຽມໃຫ້ແກ່ບັນດາກອງປະຊຸມຂັ້ນສູງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ