ບັນດາເນື້ອໃນຍື່ນສະເໜີຕໍ່ກອງປະຊຸມສູນກາງຄັ້ງທີ 5 ແມ່ນບັນດາບັນຫາໃຫຍ່ ແລະ ສຳຄັນ

(VOVWORLD) -ຕອນເຊົ້າວັນທີ 5/5, ກອງປະຊຸມຄັ້ງທີ 5, ຄະນະບໍລິຫານງານສູນກາງພັກຊຸດທີ 12 ໄດ້ໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ກ່າວປາໄສໄຂກອງປະຊຸມ. ທ່ານເລຂາທິການໃຫຍ່ຊີ້ແຈ້ງບັນດາເນື້ອໃນຍື່ນສະເໜີຕໍ່ກອງປະຊຸມສູນກາງຄັ້ງນີ້ແມ່ນບັນດາບັນຫາໃຫຍ່ ແລະ ສຳຄັນທີ່ສຸດ ສຳລັບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ກ່ຽວກັບການຍູ້ແຮງການພັດທະນາເສດຖະກິດ - ສັງຄົມ, ກໍ່ຄືການກໍ່ສ້າງ, ປັບປຸງພັກ.
ບັນດາເນື້ອໃນຍື່ນສະເໜີຕໍ່ກອງປະຊຸມສູນກາງຄັ້ງທີ 5 ແມ່ນບັນດາບັນຫາໃຫຍ່ ແລະ ສຳຄັນ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ

        ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງປຶກສາຫາລື, ໃຫ້ຄຳເຫັນກ່ຽວກັບບັນດາເນື້ອໃນ: ປັບປຸງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ; ຊັບຊ້ອນ, ປ່ຽນໃໝ່ ແລະ ຍົກສູງປະສິດທິຜົນລັດວິສາຫະກິດ; ສະຫຼຸບ 15 ປີ ແຫ່ງການປະຕິບັດມະຕິສູນກາງຄັ້ງທີ 5 ຊຸດທີ 9 ກ່ຽວກັບສືບຕໍ່ປ່ຽນໃໝ່, ກົນໄກ, ນະໂຍບາຍ, ສົ່ງເສີມ ແລະ ສ້າງເງື່ອນໄຂພັດທະນາເສດຖະກິດເອກະຊົນ; ບົດລາຍງານສຳຫຼວດກວດກາການຊີ້ນຳນຳພາຂອງກົມການເມືອງ, ຄະນະເລຂາປີ 2016 ຕິດພັນກັບການປະຕິບັດມະຕິສູນກາງທີ 4 ຊຸດທີ 12 ກ່ຽວກັບການກໍ່ສ້າງ, ປັບປຸງພັກ.

        ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ, ໃນ 10 ປີຜ່ານມາ, ການປະຕິບັດມະຕິກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ 10  “ກ່ຽວກັບສືບຕໍ່ປັບປຸງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ“ ໄດ້ປະກອບສ່ວນສຳຄັນເຂົ້າໃນການຮັກສາລະດັບເຕີບໂຕເສດຖະກິດຂອຫວຽດນາມ. ເພື່ອ ຊີ້ນຳ, ນຳພາເລື່ອງ ສືບຕໍ່ປັບປຸງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມນັບແຕ່ນີ້ເຖິງປີ 2020, ວິໄສທັດເຖິງປີ 2030. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ:

        “ສະເໜີບັນດາສະຫາຍປະກອບຫຼາຍຄຳເຫັນ, ສ້າງຄວາມເຫັນດີເຫັນພ້ອມສູງກ່ຽວກັບການສັງເກດ, ຕີລາຄາສະພາບການ, ເປັນຕົ້ນແມ່ນບັນດາສິ່ງທີ່ຍັງຈຳກັດ, ອ່ອຍດ້ອຍ ແລະ ສາຍເຫດ. ຈາກນັ້ນລົງເລິກໄຈ້ແຍກ, ຕີລາຄາກ່ຽວກັບຄວາມຖືກຕ້ອງ, ເໝາະສົມຂອງຄາດໝາຍ, ທັດສະນະຊີ້ນຳນຳພາ ແລະ ບັນດາແຜນນະໂຍບາຍ, ມາດຕະການແກ້ໄຂຕົ້ນຕໍເພື່ອສືບຕໍ່ປັບປຸງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມຢູ່ ຫວຽດນາມ ໃນໄລຍະຈະມາເຖິງ. ສຸມໃສ່ບັນດາຈຸດໃໝ່, ຫັນຄາດໝາຍ, ທັດສະນະ, ແນວຄິດຊີ້ນຳເປັນລະອຽດ; ພິເສດແມ່ນບັນດາໜ້າທີ່ ແລະ ມາດຕະການທີ່ມີລັກສະນະບຸກທະລຸ, ປະກອບສ່ວນແກ້ໄຂສິ່ງທີ່ຍັງຄົງຄ້າງກ່ຽວກັບລະບອບລະບຽບການທີ່ກ່ຽວຂ້ອງເຖິງການປະຕິບັດຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມຂອງອາຍຸການຊຸດທີ 12 ຢ່າງທັນການ

ເມື່ອເຕື້ອງເຖິງບັນຫາການສ້າງໂຄງປະກອບຄືນໃໝ່, ການປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນລັດວິສາຫະກິດ, ທ່ານເລຂາທິການໃຫຍ່ໃຫ້ຄຳເຫັນວ່າ :

        “ຄວນກຳນົດຢ່າງຈະແຈ້ງບັນດາຄາດໝາຍ, ທັດສະນະການຊີ້ນຳ ແລະ ບັນດາໜ້າທີ່, ມາດຕະການຕົ້ນຕໍ ມີລັກສະນະບຸກທະລຸໃນໄລຍະຈະມາເຖິງ. ສຸມໃສ່ປຶກສາຫາລື, ສ້າງຄວາມເປັນເອກະພາບສູງ ກ່ຽວກັບບັນດາບັນຫາທີ່ກົມການເມືອງຂໍຄວາມເຫັນຈາກສູນກາງ ຄືດັ່ງໄດ້ຍົກອອກໃນໃບຍື່ນສະເໜີ, ເຊິ່ງລວມມີ: ນິຍາມ ແລະ ບົດບາດຂອງລັດວິສາຫະກິດ ໃນສະພາບການຍູ້ແຮງການຫັນເປັນຫຸ້ນສ່ວນ, ຖອນທຶນຂອງລັດຢູ່ວິສາຫະກິດທີ່ມີທຶນຂອງລັດ100%; ສ້າງຮູບແບບຈັດຕັ້ງການປະຕິບັດບົດບາດໜ້າທີ່ ເປັນຕົວແທນໃຫ້ເຈົ້າກຳມະສິດສຳລັບລັດວິສາຫະກິດ; ປ່ຽນໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງລັດວິສາຫະກິດ, ເປັນຕົ້ນແມ່ນບັນດາກຸ່ມບໍລິສັດເສດຖະກິດ, ບັນດາບໍລິສັດໃຫຍ່ແຫ່ງລັດ ວິທີການປ່ຽນໃໝ່ຮູບແບບການຈັດຕັ້ງ, ການເຄື່ອນໄຫວຂອງອົງການພັກ ແລະ ວຽກງານພະນັກງານໃນລັດວິສາຫະກິດ”

        ກ່ຽວກັບການສືບຕໍ່ປ່ຽນໃໝ່ກົນໄກ, ນະໂຍບາຍ, ສົ່ງເສີມ ແລະ ສ້າງເງື່ອນໄຂພັດທະນາເສດຖະກິດພາກເອກະຊົນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ຖືວ່າ:

        “ອີງໃສ່ມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ພຶດຕິກຳຕົວຈິງຂອງປະເທດຊາດ, ສຸມໃສ່ປຶກສາຫາລື, ເຮັດແຈ້ງ, ສ້າງຄວາມເຫັນດີເຫັນພ້ອມໃນທົ່ວພັກ, ທົ່ວປວງຊົນກ່ຽວກັບຄາດໝາຍ, ທັດສະນະ, ແນວຄິດການຊີ້ນຳ ແລະ ບັນດາໜ້າທີ່ ແລະ ມາດຕະການໃຫຍ່ຕ້ອງໄດ້ຮັບການຊາບຊຶມ, ຜັນຂະຫຍາຍການປະຕິບັດເພື່ອໃຫ້ເສດຖະກິດພາກເອກະຊົນພັດທະນານັບມື້ນັບແຮງ, ຖືກຕ້ອງ ແລະ ປອດໄສກ່ວາ, ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມຢ່າງແທດຈິງ.”

        ທ່ານເລຂາທິການໃຫຍ່ຫວັງວ່າ ບັນດາກຳມະການສູນກາງພັກໄດ້ເສີມຂະຫຍາຍນ້ຳໃຈຮັບຜິດຊອບຢູ່ງສູງສຸດ, ສຸມໃສ່ຄົ້ນຄ້ວາ, ປຶກສາຫາລື, ປະກອບຄຳເຫັນປັບປຸງ ແລະ ພິຈາລະນາ, ຕົກລົງເນື້ອໃນຕ່າງໆໃນທ້າຍກອງປະຊຸມ. ຕາມແຜນການແລ້ວ, ກອງປະຊຸມສູນກາງ ຄັ້ງທີ 5 (ຊຸດທີ 12) ຈະເຮັດວຽກຮອດວັນທີ 10/5.

ຕອບກັບ

ຂ່າວ/ບົດ​ອື່ນ