ບັນດາເປົ້າໝາຍພັດທະນາແບບຍືນຍົງຂອງຫວຽດນາມແມ່ນບົດຮຽນອັນລ້ຳຄ່າສຳລັບບັນດາປະເທດ

ບັນດາເປົ້າໝາຍພັດທະນາແບບຍືນຍົງຂອງຫວຽດນາມແມ່ນບົດຮຽນອັນລ້ຳຄ່າສຳລັບບັນດາປະເທດ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ ໄດ້​ເຂົ້າ​ຮ່ວມ
ວາ​ລະ​ປຶກ​ສາ​ຫາ​ລື
ພາບ:TTXVN

(vovworl)- ຕອນ​ເຊົ້າ​ວັນ​ທີ 2/9 ຕາມ​ເວ​ລາ​ຫວຽດ​ນາມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ ໄດ້​ເຂົ້າ​ຮ່ວມ ແລະ​ເປັນ​ປະ​ທານ​ຮ່ວມ ວາ​ລະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຫົວ​ເລື່ອງ: “ການປະ​ສານ​ສົມທົບ​ບັນ​ດາ​ເປົ້າ​ໝາຍພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ວິ​ວັດ​ການ​ຮັບ​ຮອງ​ເອົາ​ງົບ​ປະ​ມານ, ບົດ​ບາດ​ຂອງ​ລັດ​ຖະ​ສະ​ພາ​ໃນ​ການ​ຕິດ​ຕາມກວດ​ກາ​ຢູ່​ລະ​ດັບ​ຊາດ ແລະ ທົ່ວ​ໂລກ. ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປືກ​ສາ​ຫາ​ລື, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ໃຫ້​ຮູ້​ວ່າ: ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ​ສຳ​ເລັດ​ຜົນ, ເປັນ​ຕົ້ນ​ແມ່ນ​ວຽກ​ງານ​ລົບ​​ລ້າງ​ຄວາມ​ອຶດ​ຫິວ​ຫລຸ​ດ​ຜ່ອນ​ຄວາມ​ທຸ​ກ​ຍາກ ແລະ ພວມ​ມາ​ນະ​ພ​ະ​ຍາ​ຍາມ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ. ເພື່ອ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ ໃຫ້​ຮູ້​ວ່າ:

        “ສະ​ພາ​ແຫ່ງ​ຊາດ ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຈັດ​ແບ່ງ​ງົບ​ປະ​ມານ, ແຫລ່ງ​ກຳ​ລັງ. ຫວຽດ​ນາມ ກຳ​ນົດ ຖື​ມະ​ນຸດ​ແມ່ນ​ແຫລ່ງ​ກຳ​ລັງ​ຕົ້ນ​ຕໍ, ຖື​ແຫລ່ງ​ກຳ​ລັ​ງ​ພາຍ​ໃນ​ເປັນ​ເສົາ​ຄ້ຳ. ຄຽງ​ຄູ່​ກັນ​ນັ້ນ ເພີ່ມ​ທະ​ວີ, ເປີດກວ້າງ​ການ​ຮ່ວມ​ມື​ສາ​ກົນ, ເພື່ອ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຮັບ​ປະ​ກັນ​ປະ​ຊາ​ທິ​ປະ​ໄຕ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ບັນ​ດາ​ທັດ​ສະ​ນະ​ນີ້​ຂອງ​ຫວຽດ​ນາມ ກໍ​ຄ້າຍ​ຄື​ກັນ​ກັບ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ລວມ​ຊື່ງ ສ​ປ​ຊ ໄດ້​ວາງ​ອອກ.”

        ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ໄດ້​ເປັນ​ເຈົ້າ​ພາບ​ງານ​ລ້ຽງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງ​ວັນ​​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນຊາດ​ຫວຽດ​ນາມທີ 2/9 ຢູ່ ສຳ​ນັກ​ງານ ສ​ປ​ຊ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ເຈົ້າ​ຫນ້າ​ທີ່​ການ​ທູດ, ເພື່ອນ​ມິດ​ສາ​ກົນ.

 

ຂ່າວ/ບົດ​ອື່ນ