ບັນດາເອກອັກຄະລັດຖະທູດເຂົ້າຮ່ວມ ລາຍການພິຊິດຖ້ຳເຊີນດອງ

ບັນດາເອກອັກຄະລັດຖະທູດເຂົ້າຮ່ວມ ລາຍການພິຊິດຖ້ຳເຊີນດອງ - ảnh 1
ຄະ​ນະ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດປະ​ຈຳ​ຫວຽດ​ນາມເຂົ້າ​ຮ່ວ​ມ​ລາຍ​ການ​ພິ​ຊິດ​ຖ້ຳ​ເຊີນດອງ   (baomoi.com)

(vovworld)- ຕອນ​ເຊົ້າ​ວັນ​ທີ 11/5, ຄະ​ນະ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອັກ​ຊັງ​ຕີນ, ຊຸ​ແອດ, ອີ​ຕາ​ລີ, ອັງ​ກິດ, ອົດ​ສະ​ຕາ​ລີ, ເຊັກ​ໂກ, ຜູ້​​ຕາງ​ໜ້າ UNESCO ປະ​ຈຳ​ຫວຽດ​ນາມ ແລະ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ໄປ​ຮອດກວາງ​ບີງ ເພື່ອ​ເຂົ້າ​ຮ່ວ​ມ​ລາຍ​ການ​ພິ​ຊິດ​ຖ້ຳ​ເຊີນດອງ ຊຶ່ງ​ແມ່ນ​ຖ້ຳ​ໃຫຍ່ກວ່າ​ໝູ່​ໃນ​ໂລກ. ທ່ານ​ນາ​ງ ກາ​ມີ​ລາ ແມນ​ລານ​ເດີ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຊູ​ແອັ​ສປະ​ຈຳ​ຫວຽດ​ນາມ​ໄດ້​ເປີດ​ເຜີຍ​ວ່າ ຂ້າ​ພະ​ເຈົ້າ​ພຽງ​ແຕ່​ຮູ້​ຈັກ ຖ້ຳ​ເຊີນດອງຜ່ານ​ສື່ມວນ​ຊົນ, ຮູບ​ເງົາ​ເອ​ກະ​ສານ​ເທົ່າ​ນັ້ນ. ການ​ເຂົ້າ​ຮ່ວມ ລາຍ​ການ​ພິ​ຊິດ​ຖ້ຳ​ເຊີນດອງ ຊຶ່ງ​ແມ່ນ​ຖ້ຳ​ໃຫຍ່ກວ່າ​ໝູ່​ໃນ​ໂລກ ແມ່ນ ​ສິ່ງ​ດູ​ດດື່ມສຳ​ລັບຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ມີ​ຄວາມປະ​ທັບ​ໃຈ​ຕໍ່​ວຽກ​ງານ​ຮັກ​ສາ ແລະ ຂຸດ​ຄົ້ນ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ ຟອງ​ຍາ​ແກ​ບາງ ຂອງ​ແຂວງກວາງ​ບີງ.
ຂ່າວ/ບົດ​ອື່ນ