ບັນດາແຂວງ ພາກກາງແກ້ໄຂ ຜົນຮ້າຍຈາກພາຍຸ Wutip

ບັນດາແຂວງ ພາກກາງແກ້ໄຂ ຜົນຮ້າຍຈາກພາຍຸ Wutip - ảnh 1
(ປະຊາຊົນ​ພາກ​ກາງ​ແກ້​ໄຂ​ຜົນ​ຮ້າຍຈາກພາຍຸ Wutip)

(vovworld) – ຕອນ​ບ່າຍ​ວັນ​ທີ 3/10, ກ່ອນ​ທີ່​ກ້າວ​ເຂົ້າ​ວາລະ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 8 (ຊຸດ​ທີ 11), ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຈັດ​ຕັ້ງ​ການ​ບໍລິຈາກ ສະໜັບສະໜູນ​ປະຊາຊົນ​ພາກ​ກາງ​ແກ້​ໄຂ​ຜົນ​ຮ້າຍຈາກພາຍຸ Wutip. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​​ເລຂາ​ຮຽກຮ້ອງ​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ​ສືບ​ຕໍ່ສູ​ມ​ໃສ່​ຊີ້​ນຳ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ, ຊ່ວຍ​ໃຫ້​ປະຊາຊົນ​ໃນ​ເຂດ​ປະສົບ​ພາຍຸມີ​ຊີວິດ​ເປັນ​ປົກກະຕິ​ຄືນ​ໃໝ່. ​ໃນ​ວັນ​ດຽວ​ກັນ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ຫ້ອງ​ວ່າການ​ລັດຖະບານ​ກໍ່​ໄດ້​ປຸກລະດົມ​ການ​ບໍລິຈາກ​ສະໜັບສະໜູນ​ປະຊາຊົນ​ພາກ​ກາງ. ກ່ອນ​ນັ້ນ, ຕອນ​ບ່າຍ​ວັນ​ທີ 2/10, ​ໃນ​ພິທີ​ປຸກລະດົມ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຮັບ​ເງິນ​​ເກືອບ 29 ຕື້​ດົ່ງ ​ເພື່ອ​ຊ່ວຍ​ເຫຼືອ​ໃຫ້​ປະຊາຊົນ​ໃນ​ເຂດ​ປະສົບ​ໄພ​ທຳ​ມະ​ຊາດ.   ສະພາກາ​ແດງ​ນະຄອນ​ໂຮ່ຈີ​ມິນ ​ກໍ່ໄດ້​ປຸກລະດົມ​ການ​ບໍລິຈາກ ກູ້​ຊ່ວຍ​ປະຊາຊົນ​ພາກ​ກາງ. ທ່ານ ​ເລກ​ວາງ​ນິນ, ປະທານ​ສະພາກາ​ແດງ​ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

ວັນ​ທີ 4/10, ພວກ​ຂ້າພະ​ເຈົ້າ​ຈະ​ສົມທົບ​ກັບ​ສະພາກາ​ແດງ 5 ​ແຂວງ​ຢູ່​ທິດ​ເໜືອຂອງ​ພາກ​ກາງ ຂົນ​ສົ່ງ​ສິນຄ້າ​ກູ້ຊ່ວຍ ​ແລະ ຈະ​ຈັດ​ຕັ້ງ​ການ​ຢ້ຽມຢາມ​ປະຊາຊົນ​ຜູ້​ປະສົບ​ເຄາະ​ຮ້າຍ​ໂດຍ​ກົງ. ​ໃນ​ສັບປະດາ​ໜ້າ, ສະພາກາ​ແດງ ​ໂຮງໝໍ ຮຸ່ງ​ເວື​ອງ ຈະ​ຈັດ​ຄະນະ​ໄປຍັງ​ແຂ​ວງ ຮ່າ​ຕິງ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ​ຢູ່​ທີ່​ນີ້. ມາ​ຮອດ​ປະຈຸ​ບັນ, ສະພາກາ​ແດງ​ບໍລິຈາກ​ເງິນ​ໄດ້ 1 ຕື້​ດົ່ງ​ແລ້ວ

​ໃນ​ວັນ​ທີ 3-4/10, ​ສະພາກາ​ແດງແຂວງ​ກວາງ​ຈີ້ ​ໄດ້​ມອບ​ຂອງ​ຂວັນ 200 ພູດ, ​ແຕ່​ລະ​ພູດມີ​ມູນ​ຄ່າ 1 ລ້ານ​ດົ່ງ​ໃຫ້​ປະຊາຊົນ​ປະສົບ​ເຄາະ​ຮ້າຍ​ຈາກພາຍຸ Wutip. ​ໃນ​ຂະນະ​ນັ້ນ, ຂະ​ແໜງ​ສາທາລະນະ​ສຸກ​ບັນດາ​ແຂວງ​ພາກ​ກາງ ພວມ​ຮີບ​ເຮັ່ງ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ປ້ອງ​ກັນ ​ແລະ ຕ້ານ​ໂລກລະບາດ, ຮັບປະກັນ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ ພາຍຫຼັງ​ພາຍຸ​ນ້ຳ​ຖ້ວມ.

ຂ່າວ/ບົດ​ອື່ນ