ບັນດາແຂວງຊາຍແດນຫວຽດນາມ-ຈີນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ບັນດາແຂວງຊາຍແດນຫວຽດນາມ-ຈີນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
(ພາບ: Thống Nhất - TTXVN)

(vovworld) - ວັນ​ທີ 25/4, ກອງ​ປະຊຸມ​ຄັ້ວທີ 7 ຄະນະ​ກຳມະການ​ປະຕິບັດ​ງານ​ປະສົມ​ລະຫວ່າງ 4 ​ແຂວງ: ຮ່າ​ຢາງ, ກວາງ​ນິງ, ລ້າງ​ເຊີນ​ ກາວ​ບັ່ງ (ຫວຽດນາມ) ​ແລະ ​ເຂດ​ປົກ​ຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ​ຈວາງ​ແຂວງ​ກວາງ​ສີ (ຈີນ) ​ໄດ້​ດຳ​ເນີນ​ຢູ່​ແຂວງ​ຮ່າ​ຢາງ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ​ຖື​ເປັນ​ສຳຄັນ​ເລື່ອງ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ມິດຕະພາບ ​ແລະ ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື - ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ຈີນ ​ເວົ້າ​ລວມ ​ແລະ ກັບ​ແຂວງ​ກວາງ​ສີ ​ເວົ້າ​ສະ​ເພາະ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ຫວັງ​ວ່າ ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຢາງ, ກວາງ​ນິງ, ລ້າງ​ເຊີນ​, ກາວ​ບັ່ງ(ຫວຽດນາມ) ​ແລະ ​ເຂດ​ປົກ​ຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ​ຈວາງ​ແຂວງ​ກວາງ​ສີ (ຈີນ) ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື. ຄຽງ​ຂ້າງ​ນັ້ນ, ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ດ້ານ​ເສດຖະກິດ ການ​ຄ້າ​ເຂດ​ຊາຍ​ແດນ​ໃຫ້​ພັດທະນາ​ຢ່າງ​ປອດ​ໄສ, ໝັ້ນຄົງ, ດຸນ​ດ່ຽງ ​ແລະ ມີ​ປະສິດທິ​ຜົນ, ​ເພື່ມທະວີ​ການ​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ, ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ​ຊາຍ​ແດນ, ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ເຂດ​ຊາຍ​ແດນ…

ສ່ວນ​ທ່ານ ຈາງ​ແສ​ນຊີ​ນ ຮອງ​ປະທານ, ຫົວໜ້າ​ຄະນະ​ຜູ້​ແທນຄະນະ​ກຳມະການ​ປະຕິບັດ​ງານ​ປະສົມ​ເຂດ​ປົກ​ຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ​ຈວາງ​ແຂວງ​ກວາງ​ສີ (ຈີນ) ​ ​ໃຫ້​ຮູ້​ວ່າ: ​ໃນ​ຕໍ່ໜ້າ​ເຂດ​ປົກ​ຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ​ຈວາງ​ແຂວງ​ກວາງ​ສີຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ບັນດາ​ແຂວງ​ຊາຍ​ແດນ​ຂອງ​ຫວຽດນາມ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ເສັ້ນ​ຊາຍ​ແດນ​ທາງບົກ​ຫວຽດນາມ - ຈີນ ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ພັດທະນາ.

​ໃນ​ໂອກາດ​ນີ້ປະທານ​ຄະນະ​ກຳມະການ​ປະຊາຊົນ​ ​ແຂວງ: ຮ່າ​ຢາງ, ກວາງ​ນິງ, ລ້າງ​ເຊີນ​ ກາວ​ບັ່ງ (ຫວຽດນາມ) ​ແລະ ​ເຂດ​ປົກ​ຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ​ຈວາງ​ແຂວງ​ກວາງ​ສີ (ຈີນ) ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ກຳມະການ​ປະຕິບັດ​ງານ​ປະສົມ;  ​​ແລະ​ລົງ​ນາມ​ໃນ​ບົດ​ບັນທຶກ​ການ​ຮ່ວມ​ມື​ສຳຄັນ​ອື່ນ​ອີກ​ຈຳນວນ​ໜຶ່ງ.

ຂ່າວ/ບົດ​ອື່ນ