ບັນດາແຂວງທາງພາກໃຕ້ ຕໍ່ເວລາແຍກຫ່າງສັງຄົມຕື່ມອີກ 14 ວັນ

(VOVWORLD) -ຄະນະກຳມະການປະຊາຊົນແຂວງ ເຮົ້າຢາງ ໄດ້ປະກາດຈົດໝາຍທາງການກ່ຽວກັບການດັດປັບເວລາແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຕື່ມອີກ 14 ວັນ.
ບັນດາແຂວງທາງພາກໃຕ້ ຕໍ່ເວລາແຍກຫ່າງສັງຄົມຕື່ມອີກ 14 ວັນ - ảnh 1ບັນດາແຂວງທາງພາກໃຕ້ ຕໍ່ເວລາແຍກຫ່າງສັງຄົມຕື່ມອີກ 14 ວັນ
(ພາບປະກອບ)

ຕອນເຊົ້າວັນທີ 01 ສິງຫາ, ຄະນະກຳມະການປະຊາຊົນແຂວງ ເຮົ້າຢາງ ໄດ້ປະກາດຈົດໝາຍທາງການກ່ຽວກັບການດັດປັບເວລາແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຕື່ມອີກ 14 ວັນ. ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 31 ກໍລະກົດ, ບັນດາແຂວງຄື: ເບັນແຈ, ໄຕນິງ, ວິງລອງ, ຕ່ຽນຢາງ… ກໍໄດ້ປະກາດຂໍ້ຕົກລົງຕໍ່ເວລາແຍກຫ່າງສັງຄົມນັບແຕ່ວັນທີ 02 – 15 ສິງຫາ 2021.

ຕອນທ່ຽງວັນທີ 01 ສິງຫາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທັງຟອງ ໄດ້ປະກາດເອກະສານທາງການ ກ່ຽວກັບເລື່ອງສືບຕໍ່ນຳໃຊ້ມາດຕະການແຍກຫ່າງສັງຄົມ ຕາມຕິດໃຈຄຳສັ່ງເລກທີ 16 ຕື່ມອີກ 14 ວັນ, ນັບແຕ່ເວລາ 0 ໂມງ ວັນທີ 02 ສິງຫາ.

ກ່ຽວຂ້ອງເຖິງສະພາບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ໄລ່ຮອດຕອນຄ່ຳວັນທີ 01 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 154.253 ຄົນ, ໃນນັ້ນມີ 43.157 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ມີຜູ້ເສຍຊີວິດ 1.306 ຄົນ. ມີ 4 ໃນຈຳນວນ 62 ແຂວງ, ນະຄອນບໍ່ກວດພົບກໍລະນີຕິດເຊື້ອພະຍາດໃນຮອບເວລາ 14 ວັນແມ່ນ: ອຽນບາຍ, ດ້ຽນບຽນ, ກວາງນິງ ແລະ ບັກກ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ