ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ຮັກ​ສາ​ເຂດ​ປອດ​ໄພ, ກຽມ​ພ້ອມ​ໃຫ້​ແກ່​ທຸກ​ກໍ​ລະ​ນີ​​ເກີດ​ຂຶ້ນ

(VOVWORLD) -ຕອນບ່າຍວັນທີ 16 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ຈັດກອງປະຊຸມທາງອອນລາຍກັບບັນດາການນຳແຂວງ, ນະຄອນເຂດພາກໃຕ້ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ຮັກ​ສາ​ເຂດ​ປອດ​ໄພ, ກຽມ​ພ້ອມ​ໃຫ້​ແກ່​ທຸກ​ກໍ​ລະ​ນີ​​ເກີດ​ຂຶ້ນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19  (ພາບ: TTXVN)

ປັດຈຸບັນ, ນະຄອນໂຮ່ຈີມິນ ແລະ ບາງທ້ອງຖິ່ນໃກ້ຄຽງ ໄດ້ປະຕິບັດການແຍກຫ່າງໃນສັງຄົມ ຕາມຄຳສັ່ງເລກທີ 15, ຄຳສັ່ງເລກທີ 16 ຂອງລັດຖະບານ. ເຖິງຢ່າງໃດກໍ່ຕາມ, ສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ມີຄວາມສ່ຽງແຜ່ລາມອອກສູ່ບັນດາແຂວງ, ນະຄອນຕ່າງໆ. ດັ່ງນັ້ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາແຂວງ, ນະຄອນເຂດພາກໃຕ້ ຕ້ອງຍົກສູງບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ຫຼາຍກ່ວາອີກ, ກຽມພ້ອມການຮັບມືກັບກໍລະນີທີ່ຮ້າຍແຮງເກີດຂຶ້ນ. ນອກຈາກການປະຕິບັດການຄົ້ນຫາຜູ້ຕິດເຊື້ອ, ວິໄຈຫາເຊື້ອ, ທຳຄວາມສະອາດເຂດແຜ່ລະບາດໂຄວິດ - 19, ບັນດາທ້ອງຖິ່ນຕ້ອງມີແຜນການຮັກສາບັນດາເຂດປອດໄພ.

ຄະນະຊີ້ນຳແຫ່ງຊາດຈະລາຍງານຕໍ່ລັດຖະບານ ເພື່ອຊີ້ນຳຕາມຈິດໃຈຍົກສູງການແຈ້ງເຕືອນສຳລັບປະຊາຄົມ ແລະ ອາດຈະນຳໃຊ້ບັນດາມາດຕະການເຄັ່ງຄັດກ່ວາໃນປັດຈຸບັນຢູ່ຫຼາຍແຂວງ, ນະຄອນເພື່ອຮັບປະກັນຢ່າງຄົບຊຸດໃນການປ້ອງກັນ, ຕ້ານໂລກລະບາດໃນບໍລິເວນພາກຕາເວັນອອກ ແລະ ເຂດຕາເວັນຕົກສ່ຽງໃຕ້ ກໍ່ຄືບາງແຂວງໃກ້ຄຽງ.

ຕອບກັບ

ຂ່າວ/ບົດ​ອື່ນ