ບັນດາແຂວງພາກກາງ ຕັ້ງໜ້າກະກຽມການ ປ້ອງກັນ, ຕ້ານພະຍຸນາຣີ

ບັນດາແຂວງພາກກາງ ຕັ້ງໜ້າກະກຽມການ ປ້ອງກັນ, ຕ້ານພະຍຸນາຣີ - ảnh 1

ກຳ​ປັ່ນ, ​ເຮືອ​ເຂົ້າທຽບຝັ່ງ​ລີ​ກພະຍຸ

(ພາບ:vov.vn )

(vovworld)-​​​​ ​ ຕອນ​ບ່າຍວັນ​ທີ 13/10 ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ​ເປັນ​ປະທານ​ການ​ປະຊຸມ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ລະຫວ່າງ​ຄະນະ​ຊີ້​ນຳ​ປ້ອງ​ກັນ​ຕ້ານ​ພະຍຸ​ນ້ຳຖ້ວມ​ສູນ​ກາງ​ກັບ 11 ທ້ອງ​ຖິ່ນ​ຈາກ​ແຂວງ​ແທງ​ຮວາ ​ເຖິງ​ແຂວງ​ຟູ​ອຽນ ​ເພື່ອ​ປຶກສາ​ຫາລື​ວິທີ​ການ​ຮັບ​ມື​ກັບ​ພະຍຸ​​ເລກທີ 11 (ພະຍຸນາຣີ). ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ຮຽກຮ້ອງ​ໃຫ້​ກຳລັງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ແລະ ອຳນາດ​ການ​ປົກຄອງ​ບັນດາ​ແຂວງ, ນະຄອນ, ຈົ່ງ​ຮີບ​ເຮັ່ງ​ຮຽກຮ້ອງ​ກຳ​ປັ່ນ, ​ເຮືອ​ ກັບ​​ເມືອບ່ອນ​ລີ້​ໄພ, ​ເດັດດ່ຽວ​ບໍ່​ໃຫ້ ປຊຊ ຢູ່​ໃນ​ກຳປັ່ນ, ກະ​ຊັງ​ລ້ຽງ​ປູກ​ສິນ​ໃນ​ນ້ຳ. ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ຕັກ​ເຕືອນ​ທ້ອງ​ຖິ່ນ​ຕ່າງໆ ທີ່​ພະຍຸ​ອາດ​ຈະ​ພັດ​ເຂົ້າ ຕ້ອງ​ລະດົມ​ກຳລັງ​ມີ​ແຜນການ​ຍົກຍ້າຍ ປຊຊ ​ຢູ່ເຂດ​ລຸ່ມ​​ແມ່ນ້ຳອອກ​ຈາກ​ເຂດ​ອັນຕະລາຍ, ຮັບປະກັນ​ຄວາມ​ປອດ​ໄພ​ດ້ານຊີວິດອິນ​ຊີ​ໃຫ້​ແກ່ ປຊຊ. ວັນ​ທີ 14/10, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຈັດ  ຄະນະ​ປະຕິບັດ​ງານ 2 ຄະນະ​ໄປ​ບັນດາ​ແຂວງ​ທາງ​ພາກ​ກາງ​ຫວຽດນາມ ​ເພື່ອ​ກວດກາ​ໜອງ, ຝາຍ​ນຳລົ້ນ ​ແລະ ວຽກ​ງານ​ຮັບ​ມື​ກັບ​ພະຍຸ​ນາຣີ.

 

 

ຂ່າວ/ບົດ​ອື່ນ