ບັນດາໂຮງຮຽນ ໃນທົ່ວປະເທດ ໄຂສົກຮຽນໃໝ່

ບັນດາໂຮງຮຽນ ໃນທົ່ວປະເທດ ໄຂສົກຮຽນໃໝ່ - ảnh 1

 ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມ ພິທີໄຂ
ສົກຮຽນ ໃໝ່ຢູ່ໂຮງຮຽນລົງເລິກວິຊາ ເລຮົງຟອງ-ນະຄອນໂຮ່ຈິມິນ   
( ພາບ :thanhnien.com.vn)

Vovworld- ຕອນ​ເຊົ້າ​ວັນ​ທີ 5/9, ບັນດາໂຮງຮຽນໃນທົ່ວປະເທດໄດ້ໄຂສົກຮຽນ ໃໝ່. ​ໃນສົກຮຽນ​ນີ້, ທົ່ວ​ປະ​ເທດ​ມີ​ນັກຮຽນ​ກ່ວາ 20.000.000 ​ຄົນ. ​ໃນ​ນັ້ນ, ມີ​ເດັກ​ຮຽນ​ຂັ້ນ​ອະນຸບານ​ກ່ວາ 4.000.000 ​ຄົນ, ນັກຮຽນ​ສາມັນ 15 ລ້ານ​ຄົນ, ນັກຮຽນ​ອາຊີວະ​ຊັ້ນ​ກາງ 610.000 ຄົນ ​ແລະ ນັກຮຽນ​ຂັ້ນ​ມະຫາວິທະຍາ​ໄລ ​ແລະ ວິທະຍາ​ໄລ​ກ່ວາ 2 ລ້ານ​ຄົນ. ​ເພື່ອ​ບັນລຸໝາກຜົນ​ຢ່າງຮອບດ້ານໃນສົກຮຽນ ໃໝ່ນີ້, ຂະແໜງສຶກສາ ແລະ ບຳລຸງສ້າງສືບຕໍ່ຜັນຂະຫຍາຍບັນດາໜ້າທີ່ທີ່ສຳຄັນ ແນ​ໃສ່​ມຸ່ງ​ໄປ​ສູ່​ການ​ປ່ຽນ​ແປງ​ໃໝ່ພື້ນຖານ​ການ​ສຶກສາ​ໂດຍ​ພື້ນຖານ ​ແລະ ຮອບດ້ານ, ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ Nguyen Vinh Hien  ​ໃຫ້​ຮູ້​ວ່າ 

      “ ​ໃນ​ສົກຮຽນ​ນີ້, ຂະແໜງສຶກສາຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ໜ້າ​ທີ່ ປ່ຽນ​ແປງ​ໃໝ່​ການ​ສຶກສາ, ​ໃນ​ນັ້ນ​ຈຸດ​ໃຈກາງ​​ແມ່ນ​ປະຕິບັດ​ໜ້າ​ທີ່​ແບ່ງ​ຂັ້ນ, ​ແບ່ງ​ສິດ, ສ້າງ​ຄວາມ​ເປັນ​ເຈົ້າ​ການ​ໃຫ້​ແກ່​ບັນດາ​ຮາກ​ຖານ; ພ້ອມ​ກັນ​ນັ້ນ​ກໍ​ເພີ່ມ​ທະວີ​ການ​ປັບປຸງ​ບັນດາ​ບັນຫາ​ທີ່​ເຄັ່ງຮ້ອນ​ມາ​ແຕ່​ດົນ​ນານ​ໃນ ຂະແໜງສຶກສາ. ສືບ​ຕໍ່​ປັບປຸງ​ບັນດາ​ເນື້ອ​ໃນ​ໃນ​ຫຼັກສູດ, ປ່ຽນ​ແປງ​ໃໝ່​ວິທີ​ການ​ສອນ, ​ເປັນ​ເຈົ້າ​ການ​ມີ​ຫົວຄິດ​ປະດິດ​ສ້າງ, ຝຶກ​ຝົນ​ຫຼໍ່​ຫຼອມ​ວິທີ​ຮຽນ​ດ້ວຍ​ຕົນ​ເອງ​ຂອງ​ນັກຮຽນ. ສືບ​ຕໍ່​ຂະຫຍາຍ​ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງ, ຄູ​ອາຈານ ​ແລະ ອື່ນໆ ”

     ຢູ່​ແຂວງ ບັກ​ນິງ, ພ້ອມ​ກັບ ຂະແໜງສຶກສາ ​ແລະ ບຳລຸງ​ສ້າງ, ອຳ​ນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງໆ​ໄດ້​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ​ເພື່ອ​ປະຕິບັດ​ວຽກ​ງານ​ສຶກສາ​ເປັນ​ຢ່າງ​ດີ. ທ່ານ Nguyen Duc Buoi ຫົວໜ້າ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​ແຂວງ ບັກ​ນິງ ​ໃຫ້​ຮູ້​ວ່າ : 

   “ ປີ​ນີ້, ​ແຂວງ​ບັກ​ນິງສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ. ທີ່ 2 ​ແມ່ນ​ປັບປຸງ​ບາງ​ບັນ​ຫາກ່ຽວ​ກັບ​ບ້ວງ​ລາຍ​ຮັບ​ໃນ​ໂຮງຮຽນ, ຊີ້​ນຳ​ຢ່າງ​ແໜ້ນ​ແຟ້ນກ່ຽວ​ກັບ​ການ​ສອນ ​ແລະ ​ຮຽນ​ເພີ່ມ. ສຳລັບ​ນັກຮຽນ​ຂັ້ນ​ອະນຸບານ​ນັ້ນ, ອັດຕາ​ຫ້ອງ​ຮຽນ​ໄດ້​ຮັບ​ການ​ກໍ່ສ້າງ​ແບບ​ຖາວອນ​ແມ່ນ​ຍັງ​ບໍ່​ທັນ​ສູງ​ທໍ່​ກັບ​ໂຮງຮຽນ​ສາມັນ, ດັ່ງ​ນັ້ນ ​ໃນ​ປີ​ນີ້​ຕ້ອງ​ເພີ່ມ​ທະວີ​ການ​ປັບປຸງ​ພາຍຫຼັງ​ບັນລຸ​ລະດັບ​ການ​ສຶກສາ​ຢ່າງ​ທົ່ວ​ເຖິງ, ​ເພີ່ມ​ທະວີ​ພື້ນຖານດ້ານ​ວັດຖຸ ​ແລະ ບັນດາ​ເງື່ອນ​ໄຂ​ໃຫ້​ແກ່​ໂຮງຮຽນ​ຂັ້ນ​ອະນຸບານ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ເປີດ​ກ້ວາງ​ຂອບ​ຂະໜາດ ”

ຂ່າວ/ບົດ​ອື່ນ