ບັນດາໝູ່ຄະນະ, ບຸກຄົມແຂວງເຊີນລາ ໄດ້ຮັບຫຼຽນກາ, ຫຼຽນໄຊ ຫວຽດນາມ - ລາວ

ບັນດາໝູ່ຄະນະ, ບຸກຄົມແຂວງເຊີນລາ ໄດ້ຮັບຫຼຽນກາ, ຫຼຽນໄຊ ຫວຽດນາມ - ລາວ - ảnh 1
( ພາບປະກອບ )

(vovworld) -     ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມືຫວຽດນາມ -ລາວ, ວັນ​ທີ 19/8, ຢູ່​ແຂວງ​​ເຊີນ​ລາ, ​ໄດ້​ຈັດ​ພິທີ​ມອບຫຼຽນ​ໄຊ, ​ຫຼຽນ​ກາ​ຂອງ ສສ.ຫວຽດນາມ ​ແລະ ສປປ ລາວ ​ໃຫ້​ແກ່ບັນດາ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ ທີ່​ມີ​ຜົນງານ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ແຂວງ​ເຊີນ​ລາ ​ແລະ 8 ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ. ທ່ານ ຄຳ​ຮຸ່ງ​​ ເຮືອງວົງ​ສີ ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ ​ແຂວງ ຫົວພັນ ​ໄດ້​ມອບ​ຫຼຽນ​ກາ​ມິດຕະພາບ​ໃຫ້​ແກ່ 37 ​ບຸກຄົນ​ຂອງ​ແຂວງ​ເຊີນ​ລາ. 65 ບຸກຄົນ ​ແລະ 32 ໝູ່​ຄະນະ​ຂອງ​ແຂວງ​ເຊີນ​ລາ ມີ​ຄວາມ​ເປັນ​ກຽດ​ໄດ້​ຮັບ​ຫຼຽນ​​ໄຊ​ອິດສະຫຼະ ​ແລະ ຫຼຽນ​ໄຊ​ມິດຕະພາບ​ຂອງ​ທ່ານ​ປະທານ​ປະ​ເທດ ສປປ ລາວ. 8 ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ​ລວມມີ; ​ແຂວງ​ຫົວພັນ, ຫຼວງ​ພະ​ບາງ, ອຸດົມ​ໄຊ, ບໍ່​ແກ້ວ, ຜົ້ງ​ສາລີ, ຫຼວງ​ນ້ຳທາ, ​ໄຊ​ຍະ​ບູລີ, ຊຽງ​ຂວາງ ກໍ​ໄດ້​ຮັບ​ຫຼຽນ​​ໄຊ​ເອກະລາດ​ຈາ​ກທ່ານ​ປະທານ​ປະ​ເທດ ສສ.ຫວຽດນາມ​ມອບ​ໃຫ້.


ຂ່າວ/ບົດ​ອື່ນ