ບັນດາໝູ່ບ້ານ ລຽບຕາມຊາຍແດນ ຫວຽດນາມ-ລາວ ຈັດພິທີຜູກສ່ຽວ

ບັນດາໝູ່ບ້ານ ລຽບຕາມຊາຍແດນ ຫວຽດນາມ-ລາວ ຈັດພິທີຜູກສ່ຽວ - ảnh 1
ການປະຊຸມແລກປ່ຽນລະຫວ່າງການນຳບ້ານຕ່າງໆຢູ່
ລຽບຕາມເສັ້ນຊາຍແດນລະຫວ່າງຫວຽດນາມ ແລະ ລາວ
(ພາບ: internet)


Vovworld- ວັນ​ທີ 31/7 ຢູ່​ທີ່​ເມືອງ ອາ​ເລື້ອຍ ​ແຂວງ​ເທືອ່ທຽນ​ເຫວ ​ໄດ້​ດຳ​ເນີນ​ພິທີຜູກສ່ຽວ​ລະຫວ່າງ​ບ້ານ​ຕ່າງໆ​ໃນ​ຕາ​ແສງ ຮົ່ງຖີ ​ເມືອງ​ອາ​ເລື້ອຍ ແຂວງ​ເທືອ່ທຽນ​ເຫວ ຂອງ​ຫວຽດນາມ ​ແລະ ບ້ານ​ໂກ​ຕາຍ​ເມືອງ​ສະ​ມວຍ​ແຂວງ​ສາລະ​ວັນ​ຂອງ​ລາວ. ທີ່​ພິທີ​ດັ່ງກ່າວ, ຜູ້ຕາງໜ້າ​ບັນດາ​ໝູ່​ບ້ານ ໃນ​ຕາ​ແສງ ຮົ່ງຖີ ​ເມືອງ​ອາ​ເລື້ອຍ ​ແລະ ບ້ານ​ໂກ​ຕາຍ​ເມືອງ​ສະ​ມວຍ​​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ພ້ອມ​ກັນ​ຂົນຂວາຍ​ປະຊາຊົນ​ຕັ້ງໜ້າ​ເຂົ້າ​ຮ່ວມ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ, ຮັກສາ​ສະ​ຖຽນລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ສະຫງົບ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ, ຕ້ານ​ຄືນ​ບັນດາ​ການ​ເຄື່ອ​ນ​ໄຫວມ້າງ​ເພ​ທຳລາຍ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ຄົ້ນ​ພົບ ​ແລະ ສະກັດ​ກັ້ນ​ອາດຊະຍາ​ກຳ. ສົມທົບ​ທົບ​ກັນ​ປະຕິບັດ​ຢ່າງ​ຖືກຕ້ອງ​ຕາມ​ສັນຍາ, ຂໍ້​ກຳນົດ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ​ທີ່​ໄດ້​ລົງ​ນາມ. ​ ແຂວງ​ເທືອ່ທຽນ​ເຫວ ຂອງ​ຫວຽດນາມ​ມີ​ເສັ້ນ​ຊາຍ​ແດນ​ຕິດ​ກັບ 2 ​ແຂວງ ສາລາ​ວັນ ​ແລະ ​ເຊ​ກອງ​ຂອງ​ລາວ ລວມຄວາ​ມຍາວ 84 ກິ​ໂລ​ແມດ.

ຂ່າວ/ບົດ​ອື່ນ