ບັ້ນບຸກໂຈມຕີໃສ່ເຂດ ກາຊາ ອາດຂະແກ່ຍາວຕື່ມອີກ 2-3 ເດືອນ

(VOVWORLD) - ກະຊວງປ້ອງກັນປະເທດ ອິດສະຣາແອັນ ຊີ້ແຈ້ງວ່າ, ໃນໄລຍະ 10 ກວ່າປີຜ່ານມາ, ຮາມາດ ໄດ້ກໍ່ສ້າງລະບົບພື້ນຖານໂຄງລ່າງຢ່າງຫຼວງຫຼາຍທັງຢູ່ໜ້າດິນ ແລະ ໃຕ້ດິນ.
ບັ້ນບຸກໂຈມຕີໃສ່ເຂດ ກາຊາ ອາດຂະແກ່ຍາວຕື່ມອີກ 2-3 ເດືອນ - ảnh 1 ບັ້ນບຸກໂຈມຕີຂອງກອງທັບ ອິດສະຣາແອັນ ອາດຈະແກ່ຍາວຕື່ມອີກ 2-3 ເດືອນ
(ພາບ: AFP)

        ວັນທີ 14 ທັນວາ, ກະຊວງປ້ອງກັນປະເທດ ອິດສະຣາແອັນ ໄດ້ອອກແຈ້ງການໂດຍຢືນຢືນວ່າ, ບັ້ນບຸກໂຈມຕີຂອງກອງທັບປະເທດນີ້ິ້ເຂົ້າເຂດ ກາຊາ ເພື່ອດັບສູນກຳລັງ ຮາມາດ ອາດຈະແກ່ຍາວຕື່ມອີກ 2-3 ເດືອນ. ກະຊວງປ້ອງກັນປະເທດ ອິດສະຣາແອັນ ຊີ້ແຈ້ງວ່າ, ໃນໄລຍະ 10 ກວ່າປີຜ່ານມາ, ຮາມາດ ໄດ້ກໍ່ສ້າງລະບົບພື້ນຖານໂຄງລ່າງຢ່າງຫຼວງຫຼາຍທັງຢູ່ໜ້າດິນ ແລະ ໃຕ້ດິນ. ສະນັ້ນ, ເພື່ອທຳລາຍລະບົບດັ່ງກ່າວໃຫ້ໝົດກ້ຽງ, ກອງທັບ ອິດສະຣາແອັນ ຕ້ອງໃຊ້ເວລາຕື່ມອີກ.

        ໃນວັນດຽວກັນ, ສຳນັກຂ່າວສານ ອີຣັກ INA ໄດ້ຄັດສະເໜີຄຳເວົ້າຂອງໂຄສົກກະຊວງສາທາລະນະສຸກ ປາແລັດສະຕິນ ທ່ານ Ashraf Al-Qudra ໂດຍໃຫ້ຮູ້ວ່າ, ສະເພາະໃນວັນທີ 13 ທັນວາ, ກຳລັງ ອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີ 18 ຄັ້ງຢູ່ທຸກແຫ່ງໃນເຂດ ກາຊາ, ເຮັດໃຫ້ມີ 179 ຄົນເສຍຊີວິດ, ຜູ້ໄດ້ຮັບບາດເຈັບກວ່າ 300 ຄົນ ແລະ ຍັງມີຜູ້ໄດ້ຮັບບາດເຈັບ, ເສຍຊີວິດເປັນຈຳນວນຫຼາຍທີ່ຍັງບໍ່ທັນຢັ້ງຢືນໄດ້ໝົດເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ