ບຸນປີໃໝ່ ລາວ 2025 ຈັດຂຶ້ນຢ່າງຟົດຟື້ນຢູ່ດັກລັກ
(VOVWORLD) - ຢູ່ນະຄອນເຫ້ວ, ໂຮງຮຽນວິທະຍາໄລເຫ້ວ ໄດ້ຈັດລາຍການ ສະບາຍດີປີໃໝ່ 2025 ໃຫ້ແກ່ນັກຮຽນ ລາວ ປະມານ 300 ຄົນ ທີ່ພວມຮ່ຳຮຽນ ແລະ ດຳລົງຊີວິດຢູ່ນະຄອນເຫ້ວ, ດ້ວຍຫຼາຍພິທີການສຳຄັນຂອງຄົນ ລາວ ໃນໂອກາດນີ້.
ໂຮງຮຽນວິທະຍາໄລ ເຫ້ວ ຈັດລາຍການ ສະບາຍດີປີໃໝ່ 2025 ໃຫ້ແກ່ນັກຮຽນ ລາວ (ພາບ: TTXVN) |
ໃນລະຫວ່າງວັນທີ 12 – 13 ເມສາ, ຢູ່ເກາະ ໄອໂນ, ຄະນະກຳມະການປະຊາຊົນເມືອງ ບວນດົນ ໄດ້ສົມທົບກັບບໍລິສັດສົ່ງອອກນຳເຂົ້າຈຳກັດຜູ້ດຽວ 2/9 ດັກລັກ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຈັດບຸນປີໃໝ່ - ລາວ (ພສ. 2568, ນັບແຕ່ວັນທີ 13 – 15/04) ປີ 2025 ແລະ ວັນບຸນວັດທະນະທຳບັນດາເຜົ່າເມືອງ ບວນໂດນ. ນີ້ແມ່ນເຫດການບຸນປີໃໝ່ - ລາວ ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ຢູ່ເມືອງບວນໂດນ, ດ້ວຍບັນດາພິທີກຳທີ່ເປັນມູນເຊື້ອ.
ແລະ ກໍ່ໃນວັນດຽວກັນ, ຢູ່ນະຄອນເຫ້ວ, ໂຮງຮຽນວິທະຍາໄລເຫ້ວ ໄດ້ຈັດລາຍການ ສະບາຍດີປີໃໝ່ 2025 ໃຫ້ແກ່ນັກຮຽນ ລາວ ປະມານ 300 ຄົນ ທີ່ພວມຮ່ຳຮຽນ ແລະ ດຳລົງຊີວິດຢູ່ນະຄອນເຫ້ວ, ດ້ວຍຫຼາຍພິທີການສຳຄັນຂອງຄົນ ລາວ ໃນໂອກາດນີ້. ການນຳວິທະຍາໄລເຫ້ວໃຫ້ຮູ້ວ່າ ລາຍການ ສະບາຍດີປີໃໝ່ ແມ່ນການເຄື່ອນໄຫວປະຈຳປີຂອງໂຮງຮຽນ ເພື່ອແນໃສ່ສະແດງໃຫ້ເຫັນຄວາມເອົາໃຈໃສ່, ແບ່ງປັນ ແລະ ເປັນກຳລັງໃຈໃຫ້ແກ່ນັກຮຽນ ທີ່ຕ້ອນຮັບບຸນປີໃໝ່ຢູ່ໃກ້ຄອບຄົວ, ປະກອບສ່ວນປັບປຸງ ແລະ ຮັດແໜ້ນນ້ຳໃຈສາມັກຄີລະຫວ່າງ ນັກຮຽນ, ນັກສຶກສາສອງປະເທດ ກໍ່ຄືເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ ເວົ້າລວມ, ນະຄອນເຫ້ວ ແລະ ບັນດາແຂວງພາກໃຕ້ຕອນກາງລາວເວົ້າສະເພາະ.