ບຸນ​ປີໃໝ່ ລາວ ພ​.ສ 2566 ຈັດ​ຂຶ້ນ​ຢູ່​ດ່າ​ນັ້ງ

(VOVWORLD) -ທ່ານ ໂຮ່ກີມູງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ທາງນະຄອນຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການພົວພັນຮ່ວມມື, ມິດຕະພາບ ກັບບັນດາທ້ອງຖິ່ນຂອງລາວ, ຊ່ວຍໃຫ້ບັນດາທ້ອງຖິ່ນຂອງລາວພັດທະນາໃນຫຼາຍຂົງເຂດ.
ບຸນ​ປີໃໝ່ ລາວ ພ​.ສ 2566 ຈັດ​ຂຶ້ນ​ຢູ່​ດ່າ​ນັ້ງ - ảnh 1ລາຍການສະແດງສິລະປະທີ່ວັນບຸນ

ຕອນຄ່ຳວັນທີ 7 ເມສາ, ກ່າວຄຳເຫັນທີ່ງານຕ້ອນຮັບບຸນປີໃໝ່ ລາວ (ພ.ສ 2566) ຢູ່ດ່ານັ້ງ, ທ່ານ ໂຮ່ກີມິງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ທາງນະຄອນຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການພົວພັນຮ່ວມມື, ມິດຕະພາບ ກັບບັນດາທ້ອງຖິ່ນຂອງລາວ, ຊ່ວຍໃຫ້ບັນດາທ້ອງຖິ່ນຂອງລາວພັດທະນາໃນຫຼາຍຂົງເຂດ. ມາຮອດປັດຈຸບັນ, ນະຄອນດ່ານັ້ງໄດ້ລົງນາມຂໍ້ຕົກລົງ ແລະ ບົດບັນທຶກຊ່ວຍຈຳ 35 ສະບັບກັບ 7 ທ້ອງຖິ່ນຂອງ ລາວ. ທ່ານໃຫ້ຮູ້ວ່າ:

ອາດເຫັນໄດ້ວ່າ, ການພົວພັນມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວເວົ້າລວມ ແລະ ນະຄອນດ່ານັ້ງ ກັບບັນດາທ້ອງຖິ່ນຂອງລາວເວົ້າສະເພາະ ມີການພັດທະນາ ແລະ ສະໜິດຕິດພັນຢ່າງບໍ່ຢຸດຢັ້ງ, ຍາມໃດສອງຝ່າຍກໍ່ຮ່ວມມືກັນ ສາມັກຄີ ສ້າງສາປະເທດຊາດ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງກ່ວາອີກ. ດ່ານັ້ງກໍ່ເຫັນດີເປັນເອກະພາບກັບບັນດາແຂວງພາກໃຕ້, ພາກກາງລາວວ່າ ໃນໄລຍະ 2023 - 2027 ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ແບ່ງປັນບົດຮຽນປະສົບການ ແລະ ຮ່ວມມືກັນໃນຂົງເຂດດຶງດູດເງິນລົງທຶນ, ການຄ້າ, ການທ່ອງທ່ຽວ, logistics; ແນະນຳ ແລະ ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດສອງຝ່າຍຊອກຫາກາລະໂອກາດລົງທຶນຢູ່ນະຄອນດ່ານັ້ງ ກໍ່ຄືບັນດາແຂວງພາກໃຕ້, ພາກກາງລາວ.


ຕອບກັບ

ຂ່າວ/ບົດ​ອື່ນ