ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຂອງ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ

(VOVWORLD) -ວັນທີ 15 ມັງກອນ, ມີພໍ່ແມ່ພີ່ນ້ອງເຊື້ອຊາດ ຫວຽດນາມ ຢູ່ Chennai, ປະເທດ ອິນເດຍ ເກືອບ 100 ຄົນ ໄດ້ເຂົ້າຮ່ວມລາຍການ “ບຸນເຕັດວົງຄະນະຍາດ - ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ໂດຍສະຖານທູດ ຫວຽດນາມ ປະຈຳ ອິນເດຍ ສົມທົບກັບ ຄະນະບໍລິຫານງານສະມາຄົມຊາວ ຫວຽດນາມ ອາໄສ ຢູ່ Chennai ຈັດຂຶ້ນ.
ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຂອງ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຫງວຽນແທັງຫາຍ (ພາບ: ນັກຂ່າວ VOV ປະຈຳ New Delhi)

ກ່າວຄຳເຫັນໄຂລາຍການ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຫງວຽນແທັງຫາຍ ເນັ້ນໜັກວ່າ:

“ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້ ແລະ ແມ່ນແຫຼ່ງກຳລັງພາຍໃນອັນໜຶ່ງຂອງຊາດ ຫວຽດນາມ, ແມ່ນປັດໄຈສຳຄັນປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ກັບບັນດາປະເທດ. ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ຖືວຽກງານຊາວ ຫວຽດນາມ ອາໄສຢູ່ ອິນເດຍ ແມ່ນເສົາຄ້ຳໃນການເຄື່ອນໄຫວຂອງຕົນ. ພວກຂ້າພະເຈົ້າກໍມານະພະຍາຍາມເພື່ອໜູນຊ່ວຍພໍ່ແມ່ພີ່ນ້ອງ ເຮັດວຽກ, ດຳລົງຊີວິດ ກໍຄື ຍົກສູງຖານະນິຕິກຳຢູ່ ອິນເດຍ ແລະ ຈັດກິດຈະກຳເຄື່ອນໄຫວຕ່າງໆ ເພື່ອເຊື່ອມຕໍ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ກັບບ້ານເກີດເມືອງນອນ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ”.

ກໍໃນວັນດຽວກັນ, ສະຖານທູດ ຫວຽດນາມ ປະຈຳບັນດາປະເທດ ຄື ຍີ່ປຸ່ນ, ກູບາ, ບຣູໄນ ກໍໄດ້ຈັດບຸນເຕັດວົງຄະນະຍາດປີ 2023 ເຊັ່ນດຽວກັນ.

ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຂອງ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ - ảnh 2 ທ່ານ ຫງວຽນດຶກມິງ, ອຸປະທູດຊົ່ວຄາວ ສະຖານທູດ ຫວຽດນາມ ປະຈຳ ຍີີ່ປຸ່ນ ກ່າວຄຳເຫັນທີ່ວັນບຸນ (ພາບ: TTXVN)

ສະຖານກົງສູນ ຫວຽດນາມ ປະຈຳ Vancouver, ການາດາ, ວັນທີ 14 ມັງກອນ ກໍໄດ້ຈັດລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ ແມວ ດ້ວຍການເຂົ້າຮ່ວມຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ປະມານ 400 ຄົນທີ່ພວມ ອາໄສ ຢູ່ເຂດຕາເວັນຕົກ ປະເທດນີ້ ພ້ອມດ້ວຍເພື່ອນມິດສາກົນ.  

ຕອບກັບ

ຂ່າວ/ບົດ​ອື່ນ