ບຸນປີໃໝ່ປະຈຳຊາດລາວ-ກຳປູເຈຍ-ໄທ-ມຽນມາ ຢູ່ນະຄອນໂຮ່ຈິມິນ

ບຸນປີໃໝ່ປະຈຳຊາດລາວ-ກຳປູເຈຍ-ໄທ-ມຽນມາ ຢູ່ນະຄອນໂຮ່ຈິມິນ - ảnh 1

(ພາບ:tinmoi.vn)

(vovworld)-  ບຸນປີ​ໃໝ່​ປະຈຳ​ຊາດ​ລາວ-​ກຳປູ​ເຈ​ຍ-​ໄທ-​ມຽນມາ ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 12/4 ຢູ່​ນະຄອນ​ໂຮ່ຈິ​ມິນ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້ຕາງໜ້າ​ສະຖານກົງ​ສູນ 4 ປະ​ເທດ ພ້ອມ​ດ້ວຍ​ນັກ​ສຶກສາ​ລາວ-​ກຳປູ​ເຈ​ຍ-​ໄທ-​ມຽນມາ ທີ່​ພວມ​ດຳລົງ​ຊີວິດ, ຮ່ຳຮຽນຢູ່​ນະຄອນ​ໂຮ່ຈິ​ມິນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ງານ​ບຸນ​ແມ່ນໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ບັນດາ​ອົ​ງການຈັດຕັ້ງມິດ​ຕະພາບ​ນະຄອນ​ໂຮ່ຈິ​ມິນ ຈັດ​ຂຶ້ນ​ເປັນ​ປະຈຳ​ປີ ​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ດ້ານ​ວັດທະນະທຳ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ ​ເວົ້າລວມ ​ແລະ ນະຄອນ​ໂຮ່ຈິ​ມິນ ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ສະໜິດສະໜົມ. ​ເພື່ອນ Nuth Sovanara ນັກ​ສຶກສາ​ກຳປູ​ເຈຍ ພວມ​ຮຽນ​ຢູ່​ມະຫາວິທະຍາ​ໄລ​​ແພດ​ສາດ-​ການ​ຢານະຄອນ​ໂຮ່ຈິ​ມິນ ​ແບ່ງປັນ​ວ່າ:

   “ນ້ອງ​ໄດ້​ເຂົ້າຮ່ວມ​ງານ​ບຸນ​ໂດຍ​ສະຫະພັນ​ບັນດາ​ອົ​ງການຈັດຕັ້ງມິດ​ຕະພາບ​ນະຄອນ​ໂຮ່ຈິ​ມິນ ​ຈັດຕັ້ງຂຶ້ນ​ໃຫ້​ແກ່​ຊາວ​ລາວ-​ກຳປູ​ເຈ​ບ-​ໄທ-​ມຽນມາ. ​ແຕ່ລະ​ປີ​ເຂົ້າຮ່ວມ​, ນ້ອງ​ກໍ່​ມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ ຍ້ອນ​ວ່າ​ຢູ່​ນີ້​ນ້ອງ​​ຕ້ອງຕ້ອນຮັບ​ປີ​ໃໝ່​ໄກ​ຈາກ​ຄອບຄົວ. ນ້ອງ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸດ ​ແລະ ມັນ​​ໄດ້ຊ່ວຍນ້ອງ​ບັນ​ເທົາ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ຄອບຄົວ“

ຂ່າວ/ບົດ​ອື່ນ