ບຸນປີໃໝ່ປະຈຳຊາດຫວຽດນາມຢູ່ສຳນັກງານ UNESCO

ບຸນປີໃໝ່ປະຈຳຊາດຫວຽດນາມຢູ່ສຳນັກງານ UNESCO - ảnh 1

(ພາບ:vov.vn)

(vovworld) -  ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ​​ ໂດຍ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝະລັ່ງ ສົມທົບ​ກັບ​ສະມາຄົມ​ນັກ​ສຶກສາ ​ແລະ ສະມາຄົມ​ຊາວ​ໜຸ່ມ​ຫວຽ​ດນາມ ປະຈຳ​ຝະລັ່ງ ຫາກໍ່​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ອັນ​ອົບ​ອຸ່ນ ດ້ວຍ​ການ​ພົບ​ປະ​ໂອ້​ລົມ​ກັນ ​ແລະ ບັນດາລາຍການ​ສະ​ແດງ​ສິລະ​ປະທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ ທັງ​ລາຍການ​ພື້ນ​ເມືອງ ​ແລ​ະ ທັນ​ສະ​ໄໝ. ທ່ານ​ນາງ Therese Nguyen Van Ky ປະທານ​ສະມາຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ຝະລັ່ງ ໃຫ້​ຮູ້​ວ່າ:

  “​ສະມາຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ຝະລັ່ງ​ ໄດ້​ຈັດ​ພິທີ​ຕ້ອນຮັບ​ປີ​ໃໝ່​ຫຼາຍ​ເທື່ອ​ແລ້ວ, ​ແຕ່ລະ​ເທື່ອ​ພວກ​ຂ້າພະ​ເຈົ້າລ້ວນ​ແຕ່​ມີ​ຄວາມ​ຕື້ນ​ຕັນ​ໃຈ, ຄິດ​ຮອດ​ບ້ານ​ເກີດ​ເມືອງ​ນອນ​, ຄິດຮອດປະຊາຊົນ​ຢູ່​ພາຍ​ໃນ​ປະ​ເທດທີ່​ສຸດ“

   ​ເພື່ອນ​ມິດ​ຝະລັ່ງ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າຮ່ວມບຸນປີ​ໃໝ່​ປະຈຳ​ຊາດຫວຽດນາມ​​ ຢູ່​ສຳນັກງານ UNESCO ລ້ວນ​ແຕ່​ສະ​ແດງ​ຄວາມ​ຮູ້ສຶກ​ໃນ​ພິທີ​ຕ້ອນຮັບ​ປີ​ໃໝ່ 2013. ນັກ​ວິລະ​ຊົນ​ຍິງ Raymonde Dien ​ເພື່ອ​ນຜູ້​ສະໜິດສະໜົມ​ຂອງ​ຫວຽດນາມ ​ໃຫ້​ຮູ້​ວ່າ:

  “ປີ​ໃດ​ຂ້າພະ​ເຈົ້າກໍ່​ໄດ້​ເຂົ້າຮ່ວມບຸນປີ​ໃໝ່​ປະຈຳ​ຊາດຢູ່​ຫວຽດນາມ​​ ຢູ່​ສຳນັກງານ UNESCO. ຂ້າພະ​ເຈົ້າຮັກ​ປະ​ເທດ​ຫວຽດນາມ ​ແລະ ປະຊາຊົນ​ຫວຽດນາມ​ ທີ່​ສຸດ ​ແລະ ຂໍອວຍພອນ​​ໃຫ້ພວກ​ເພື່ອນ​ໃນ​ໂອກາດ​ປີ​ໃໝ່​ມີ​ຄວາມ​ສັນຕິພາບ ​ແລະ ຜາ​ສຸກ“

 

ຂ່າວ/ບົດ​ອື່ນ