ບຸນ​ປີ​ໃໝ່​ປະ​ເພ​ນີ​ຂອງ ກຳ​ປູ​ເຈຍ - ລາວ - ມຽນ​ມາ - ໄທ ປີ 2021 ຢູ່​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) -ສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈີມິນ (HUFO) ພ້ອມດ້ວຍຄະນະພຸດທະສາສະໜາສາກົນ, ສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະຫຼອງບຸນປີໃໝ່ປະເພນີ ກຳປູເຈຍ - ລາວ - ມຽນມາ - ໄທ ປີ 2021, ເນື່ອງໃນໂອກາດບຸນປີໃໝ່ - ຈອນຈານຳເທີໄມ ຂອງ ກຳປູເຈຍ, ບຸນປີໃໝ່ຂອງ ລາວ, Thing – yang ຂອງ ມຽນມາ ແລະ ບຸນສົ່ງການຂອງ ໄທ
ບຸນ​ປີ​ໃໝ່​ປະ​ເພ​ນີ​ຂອງ ກຳ​ປູ​ເຈຍ - ລາວ - ມຽນ​ມາ - ໄທ ປີ 2021 ຢູ່​ນະ​ຄອນ ໂຮ່​ຈີ​ມິນ - ảnh 1ພິທີສະຫຼອງບຸນປີໃໝ່ປະເພນີ ກຳປູເຈຍ - ລາວ - ມຽນມາ - ໄທ ປີ 2021 ຖືກຈັດຂຶ້ນໃນຕອນເຊົ້າວັນທີ 14 ເມສາ (ພາບ: TTXVN)

ຕອນເຊົ້າວັນທີ 14 ເມສາ, ຢູ່ວັດ ໂຝມິນ, ເມືອງ ຢໍເວິບ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈີມິນ (HUFO) ພ້ອມດ້ວຍຄະນະພຸດທະສາສະໜາສາກົນ, ສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະຫຼອງບຸນປີໃໝ່ປະເພນີ ກຳປູເຈຍ - ລາວ - ມຽນມາ - ໄທ ປີ 2021, ເນື່ອງໃນໂອກາດບຸນປີໃໝ່ - ຈອນຈານຳເທີໄມ ຂອງ ກຳປູເຈຍ, ບຸນປີໃໝ່ຂອງ ລາວ, Thing – yang ຂອງ ມຽນມາ ແລະ ບຸນສົ່ງການຂອງ ໄທ. ພິທີດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງ ຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ, ເພີ່ມທະວີການແລກປ່ຽນວັດທະນະທຳ, ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ກັບບັນດາປະເທດເວົ້າສະເພາະ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງ ໃຫ້ແກ່ວິວັດການສ້າງສາ ແລະ ພັດທະນາປະເທດຊາດຂອງແຕ່ລະປະເທດ. ຫວຽດນາມ - ກຳປູເຈຍ - ລາວ - ມຽນມາ - ໄທ ໄດ້ມີການຮ່ວມມື, ຊ່ວຍເຫຼືອກັນຫຼາຍຢ່າງໃນຫຼາຍປີຜ່ານມາ. ປະຊາຊົນ 5 ປະເທດ ພວມພ້ອມກັນສູ້ຊົນສ້າງປະຊາຄົມ ອາຊຽນ ແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢ່າງວັດທະນາຖາວອນ.


ຕອບກັບ

ຂ່າວ/ບົດ​ອື່ນ