ບຸນປີໃໝ່ປະເພນີລາວ-ໄທ-ກຳປູເຈຍ-ມຽນມາ

ບຸນປີໃໝ່ປະເພນີລາວ-ໄທ-ກຳປູເຈຍ-ມຽນມາ - ảnh 1
(ພາບປະກອບ)

(vovworld) - ບຸນປີ​ໃໝ່​ປະ​ເພ​ນີລາວ -​ ໄທ -​ ກຳປູ​ເຈ​ຍ - ມຽນ​ມາ ​ໄດ້ຖືກຈັດ​ຂຶ້ນໃນ​ຕອນ​ເຊົ້າ​ວັນ​ທີ 11/4, ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໂດ​ຍສະມາຄົມ​ບັນດາ​ອົງການ​ມິດຕະພາບນະຄອນ​ຈັດ​ຕັ້ງ. ​ເຂົ້າ​ຮ່ວມເຫດການນີ້, ມີ​ຫົວໜ້າ​ສະຖານກົງສູນ​ໃຫຍ່ບັນດາ​ປະ​ເທດ ກຳປູ​ເຈຍ, ລາວ, ​ໄທ, ມຽນມາ ​ແລະ ປະຊາ​ຄົມ​ຊາວ​ປະ​ເທດ​ເຫຼົ່ານັ້ນ​ທີ່​ພວມ​ຮຳ່ຮຽນ, ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ.

    ງານ​ບຸນ​​ວາດ​ພາບເຖິງ​ບາງ​ຮີດຄອງປະ​ເພນີ​​ໃນ​ບຸນປີ​ໃໝ່ Chol Chnam Thmay ຂອງ​ປະຊາຊົນ ກຳປູ​ເຈຍ, ບຸນປີ​ໃໝ່​ຂອງ​ລາວ, Thing Yang ຂອງ ມຽນມາ ​ແລະ ວັນ​ສົງ ກຣານ​ ຂອງ​ໄທ ດ້ວຍ​ພິທີບາສີສຸຂວັນອັນເປັນປະເພນີ, ບັນດາ​ບົດ​ເພງ, ວາດ​ຟ້ອນ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ຄວາມ​ເປັນ​ເອກະລັກ​ສະ​ເພາະ.

    ​ເຂົ້າ​ຮ່ວມ​ງານ​ບຸນ, ​ເພື່ອນ Hout Kim Hai, ນັກ​ສຶກສາ ກຳປູ​ເຈຍ, ສັງກັດ​ປີ​ທີ 5 ມະຫາວິທະຍາ​ໄລ​ການ​ຢາ ນະຄອນ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

    “ນີ້​​ເປັນ​ຄັ້ງ​ທຳ​ອິດ​ນ້ອ​ງ​ໄດ້​ມາ​ເຂົ້າ​ຮ່ວມ​ງານ​ບຸນ ​ແລະ ຮູ້ສຶກ​ມ່ວນ​ຫຼາຍ, ຄື​ດັ່ງ​ໄດ້​ຮັບ​ບຸນປີ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນ. ຜ່ານ​ງານ​ບຸນ​ນີ້, ນ້ອງ​ຈຶ່ງ​ຮູ້​ວ່າ: ຮີດຄອງປະ​ເພນີ​ຂອງ 4 ປະ​ເທດ​ໃນ​ບຸນປີ​ໃໝ່​ແມ່ນ​ຄື​ກັນ, ມີ​ການ​ໄປ​ວັດ, ຫົດ​ນ້ຳ ​ແລະ ພົບ​ປະກັນ.​.​.​ ນ້ອງ​ກໍ່​ໄດ້​ແລກປ່ຽນ​ກັບ​ບັນດາ​ເພື່ອນ​ລາວ, ​ໄທ, ພວກ​ເພື່ອນ​ກໍ່​ດີ​ໃຈ​ຫຼາຍ”

ຂ່າວ/ບົດ​ອື່ນ