ບັ້ນມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກປີ2017ຢູ່ຫວຽດນາມ

ບັ້ນມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກປີ2017ຢູ່ຫວຽດນາມ - ảnh 1
ພິ​ທີ​ປຸກ​ລະ​ດົມ​ບັ້ນ​ມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກ

(vovworld)- ຕອນ​ເຊົ້າ​ວັນ​ທີ 5/3 ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ໄດ້​ປຸກ​ລະ​ດົມ​ບັ້ນ​ມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກ​ປີ 2017 ຢູ່​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ດ້ວຍ​ສານ “ມອດ​ໄຟ​ເປີດ​ອະ​ນາ​ຄົດ”. ຕາມນັ້ນ​ແລ້ວ, ຮ່າ​ໂນ້ຍ, ນະ​ຄອ​ນ​ໂຮ່​ຈິ​ມີນ, ດາ​ຫນັງ ແລະ 60 ແຂວງ, ນະ​ຄອນ ຈະ​ມອດ​ໄຟ​ແຕ່​ເວ​ລາ 20 ໂມງ 30 ນາ​ທີ - 21 ໂມງ 30 ນາ​ທີ ໃນ​ວັນ​ທີ 25/3 ຈະ​ມາ​ເຖິງ ພ້ອມ​ກັບ​ຫລາຍ​ປະ​ເທດ​ໃນ​ໂລກ. ບັ້ນ​ມອດໄຟ​​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກ​ປີ 2017 ຢູ່ ຫວຽດ​ນາມ ໂດຍ​ກະ​ຊ​ວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ ເພື່ອ​ແນ​ໃສ່​ສົ່ງ​ເສີມ, ຮຽກ​ຮ້ອງ​ວົງ​ຄະ​ນາ​ຍາດ​ມີ​ການ​ປະ​ຢັດ​ ແລະ​ນຳ​ໃຊ້​ພະ​ລັງ​ງານຢ່າງ​ມີ​ປະ​ສິດ​ທິ​ຜົນ. ນີ້​ແມ່ນ​ປີ​ທີ 9 ເຫດ​ການ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ຢູ່​ຫວຽດ​ນາມ. ​ປະ​ລິ​ມານໄຟ​ຟ້າ​ປະ​ຢັດ​ມາ​ໄດ້​ໃນ​ບັ້ນ​ມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກ​ປີ​ກາຍນີ້ ບັນ​ລຸ 451.000 ກິ​ໂລ​ວັດ, ສູງ​ທົບ 3 ເທົ່າ​ເມື່ອ​ທຽບ​ໃສ່​ເຫດ​ການ​ຈັດ​ຕັ້ງ​ຄັ້ງ​ທຳ​ອິດ​ຢູ່​ຫວຽດ​ນາມ​ເມື​່ອ​ປີ 2009. ທ່ານ​ຈີ້ງດ​ີງ​ຫວູ, ຫົວ​ຫນ້າ​ກົມ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ປະ​ຢັດ​ພະ​ລັງ​ງານ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ໃຫ້​ຮູ້​ວ່າ:

        “ປະ​ລິ​ມານ ​ໄຟ​ຟ້າ​ທີ່​ປະ​ຢັດ​ມາ​ໄດ້​ໃນ​ຫນຶ່ງ​ຊົ່ວ​ໂມງມອດ​ໄຟ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ເຂົ້າ​ຮ່ວມ​ຂອງ​ທົ່ວ​ສັງ​ຄົມ​ເຂົ້າ​ໃນ​ລາຍ​ການ​ດັ່ງ​ກ່າວ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ການ​ຕອບ​ສະ​ຫນອງ​ຂອງ​ປະ​ຊາ​ຊົນ​ໃນ​ປີນີ້​ແມ່ນ​ສູງກວ່າ. ເຖິງວ່າ ການ​ເຄື່ອນ​ໄຫວນີ້ບໍ່​ພຽງ​ແຕ່​ຢຸດ​ຕິ​ໃນ​ການມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​ເທົ່າ​ນັ້ນ ຫາ​ກ​ຄວນ​ດຳ​ເນີນ​ໃນ​ຕະ​ຫລອດ​ປີ.”


ຕອບກັບ

ຂ່າວ/ບົດ​ອື່ນ