ບັນ​ລຸ​ລື່ນ​ກາຍ 1000 ມາດ​ຕະ​ຖານ​ຂອງ IATA, Bamboo Airways ​ໄດ້ຮັບ​ໃບ​ຢັ້ງ​ຢືນ​ຄວາມ​ປອ​ດ​ໄພໃນ​ການເຄື່ອນ​ໄຫວ​ຂ​ຸດ​ຄົ້ນ

(VOVWORLD) -ຕອນຄ່ຳວັນທີ 26 ທັນວາ, ບໍລິສັດ Bamboo Airways ໃຫ້ຮູ້ ວ່າ ບໍລິສັດນີ້ຫາກໍ່ໄດ້ຮັບໃບຢັ້ງຢືນຄວາມປອດໄພໃນການເຄື່ອນໄຫວ (IOSA IATA Operational Safety Audit) ຂອງ ສະຫະສະມາຄົມຂົນສົ່ງທາງອາກາດສາກົນ (IATA) ຫຼັງຈາກການຜັນຂະຫຍາຍການບິນດ້ານການຄ້າມາເປັນເວລາເກືອບ 1 ປີ.
ບັນ​ລຸ​ລື່ນ​ກາຍ 1000 ມາດ​ຕະ​ຖານ​ຂອງ IATA, Bamboo Airways ​ໄດ້ຮັບ​ໃບ​ຢັ້ງ​ຢືນ​ຄວາມ​ປອ​ດ​ໄພໃນ​ການເຄື່ອນ​ໄຫວ​ຂ​ຸດ​ຄົ້ນ - ảnh 1

ພິທີຮັບເຮືອບິນ Boeing 787-9 Dreamliner  ຂອງ Bamboo Airway

ຕາມແຜນການແລ້ວ, IATA ຈະມອບໃບຢັ້ງຢືນໃຫ້ແກ່ Bamboo Airway ຢູ່ຮ່າໂນ້ຍໃນວັນທີ 3 ມັງກອນ 2020 ຈະມາເຖິງ. ໃບຢັ້ງຢືນ IOSA ໄດ້ຕີລາຄາວ່າແມ່ນໃບຢັ້ງຢືນສຳຄັນທີ່ສຸດກ່ຽວກັບຄວາມປອດໄພທາງອາກາດ, ໃນໂລກມີພຽງແຕ່ 16 ບໍລິສັດການບິນບັນລຸໄດ້ໃບຢັ້ງຢືນດັ່ງກ່າວ. ໃບຢັ້ງຢຶນ IOSA ຂອງ IATA ແມ່ນລະບົບບັນດາມາດຕະຖານ, ຂໍ້ກຳນົດ ແລະ ວິວັດການປະຕິບັດຕາມມາດຕະຖານສາກົນ ເພື່ອແນໃສ່ຕີລາຄາຄວາມສາມາດບົ່ມຊ້ອນຂອງລະບົບການຄວບຄຸມ ແລະ ບໍລິຫານການເຄື່ອນໄຫວຂອງບັນດາບໍລິສັດການບິນ.

ຕອບກັບ

ຂ່າວ/ບົດ​ອື່ນ