ບັນລະຍາຍດ້ວຍຫົວເລື່ອງສະເພາະກ່ຽວກັບທະເລຕາເວັນອອກຢູ່ເຊັກໂກ

ບັນລະຍາຍດ້ວຍຫົວເລື່ອງສະເພາະກ່ຽວກັບທະເລຕາເວັນອອກຢູ່ເຊັກໂກ - ảnh 1
​ບັນ​ລະ​ຍາຍກ່ຽວກັບທະເລຕາເວັນອອກຢູ່ເຊັກໂກ
(ພາບ: congdong.cz)

(vovworld) – ​ ​ ​ ວັນ​ທີ 04/12, ສະຖານທູດ ຫວຽດນາມ ປະຈຳ ສ.​ເຊັກ​ໂກ ສົມທົບ​ກັບ​ສະ​ຖາ​ບັນ​ພົວພັນ​ຕ່າງປະ​ເທດ ຫວຽດນາມ ຈັດ​ຕັ້ງ​ການ​ບັນ​ລະ​ຍາຍ​ດ້ານຫົວ​ເລື່ອງ​ສະ​ເພາະ “ທະ​ເລ​ຕາ​ເວັນ​ອອກ - ຄວາມ​ເສລີ​ໃນ​ການ​ພົວພັນດ້ານ​ການ​ຄ້າ​ທາງ​ທະ​ເລ ​ແລະ ທາ​ງອາກາດ​ສາກົນ” ຢູ່​ສຳນັກງານ​ສະຖານທູດ ຫວຽດນາມ ປະຈຳ​ນະຄອນຫລວງ Praha. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ ​ເຈືອງ​ແມ້ງ​ເຊີນ ​ເອກ​ອັກ​ຄະ​ລັດຖະທູດ ຊີ້​ແຈ້ງວ່າ: ປະຈຸ​ບັນ, ທະ​ເລ​ຕາ​ເວັນ​ອອກ ​ເວົ້າ​ລວມ, ພິ​ເສດ ​ແມ່ນ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ພວມ​ແມ່ນ​ຈຸດ​ສຸມ​ຂອງ​ການ​ແກ່ງ​ແຍ້​ງທີ່​ສົບ​ສົນ​ລະຫວ່າງບາງ​ປະ​ເທດ​ແຄມ​ທະ​ເລ. ທ່ານ ​ເອກ​ອັກ​ຄະ​ລັດຖະທູດ ​ເຈືອງ​ແມ້ງ​ເຊີນ ​ເນັ້ນ​ໜັກ​ວ່າ: ​ໂດຍ​ອີງ​​ຕາມ​ເອກະສານ, ​ແຜນ​ທີ່​ ທີ່​ມີ​ລັກສະນະ​ປະຫວັດສາດ ​ແລະ ວິທະຍາສາດ​ຂອງ​ສາກົນ​ແລ້ວ ​ແລະ ຄຸ້ມ​ຄອງຕົວ​ຈິງ​​ຂອງ​ຕົນ, ຫວຽດນາມ ​ໄດ້​ຢືນຢັນ​ອະທິປະ​ໄຕ​ເຊິ່ງ​ບໍ່​ອາດ​ໂຕ້​ຖຽງ​ກັນ​ໄດ້​ສຳລັບ 2 ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ​ຂອງ​ຕົນ.

        ບົດ​ບັນ​ລະ​ຍາຍ​ດັ່ງກ່າວ ​ໄດ້ຕອບ​ສະໜອງ​​ຂ້ໍ​ມູນ​ຂ່າວສານ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ​ຕື່ມ​ອີກ ​ແລະ ຫາງ​ສຽງຢູ່ ​ເຊັກ​ໂກ​ກ່ຽວ​ກັບ​ທັດສະນະ, ນະ​ໂຍບາຍ​ຂອງ​ລັດ ຫວຽດນາມ ສຳລັບ​ບັນຫາ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ທາງ​ອາກາດ​ສາກົນ​ບົນ​ທະ​ເລ​ຕາ​ເວັນ​ອອກ; ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

ຂ່າວ/ບົດ​ອື່ນ