ບຸນວັນເພັງເດືອນ 8 ຂອງເດັກນ້ອຍຢູ່ທ້ອງຖິ່ນຕ່າງໆ

ບຸນວັນເພັງເດືອນ 8 ຂອງເດັກນ້ອຍຢູ່ທ້ອງຖິ່ນຕ່າງໆ - ảnh 1

(ພາບ:dantri.com.vn)

(vovworld)- ວັນ​ທີ 28/9, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຝາກຈົດໝາຍ​ອວຍພອນພວກ​ຫຼານ​ເຍົາວະ​ຊົນ, ອະນຸຊົນ​ທົ່ວ​ປະ​ເທດ ​ໃນ​ໂອກາດ​ບຸນວັນ​ເພງ​ເດືອນ 8/ 2012. ​ໃນ​ຈົດໝາຍ, ທ່ານ​ປະທານ​ປະ​ເທດ Truong Tan Sang ສະ​ແດງ​ຄວາມ​ຫວັງ​ວ່າ ພວກ​ຫຼານ​ເຍົາວະ​ຊົນ, ອະນຸຊົນ​​ໃນທົ່ວ​ປະ​ເທດ, ພວກ​ຫຼານ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ, ​ແລະ ພວກ​ຫຼານ​ຊາວ​ຕ່າງປະ​ເທດ​ຢູ່​ຫວຽດນາມ​ ໄດ້​ຕ້ອນຮັບ​ບຸນວັນ​ເພງ​ເດືອນ 8 ​ໃນ​ຄວາມ​ເບີດ​ບານ​ມ່ວນ​ຊື່ນ, ​ເຕັມ​ໄປ​ດ້ວຍ​ຄວາມ​ສາມັກຄີ. ທ່ານ​ປະທານ​ຢືນຢັນ​ວ່າ, ພັກ, ລັດ​ຫວຽດນາມ, ຄອບຄົວ ​ແລະ ສັງຄົມ​ຍາມ​ໃດ​ກໍ່​​ໃຫ້​ຄວາມເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ພິ​ເສດ ​ເພື່ອ​ໃຫ້​ພວກ​ຫຼານ​ມີ​ເງື່ອນ​ໄຂ​​ໄດ້ຮຳ່ຮຽນ​ຫຼໍ່​ຫຼອມ​ດີ​ທີ່​ສຸດ. ທ່ານ​ປະທານ​ປະ​ເທດ Truong Tan Sang ຫວັງ​ວ່າ ​ພວກ​ຫຼານ​ເຍົາວະ​ຊົນ, ອະນຸຊົນ​ຈະ​ຕັ້ງໜ້າ​ຫຼໍ່​ຫຼອມຕົນ​ເອງ, ສາມັກຄີ​, ຊ່ວຍ​ເຫຼືອພວກ​ເພື່ອນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເປັນ​ຫຼານ​ຄຳຮູ້ ​ເພື່ອ​ກາຍ​ເປັນ​ພົນລະ​ເມືອງ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ຄອບຄົວ ​ແລະ ສັງຄົມ, ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຫວຽດນາມ.
ກ່ອນໜ້ານັ້ນລາຍ​ການ “ລາຕີງານບຸນ​ໄຫ້​ວພະຈັນ​ມຸ້ງ​ໄປ​ສູ່​ເດັກນ້ອຍ​ເຈື່ອງ​ຊາ ​ແລະ ​ເຂດທະ​ເລ​ໝູ່​ເກາະ​ທີ່​ຮັກ​ແພງ“ ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳວັນ​ທີ 27/9 ຢູ່​ເມືອງ​ເກາະ​ເຈື່ອງ​ຊາ ​ແຂ​ວງ​ແຄງ​ຮົວ. ທີ່​ງານ​ບຸນ, ພວກ​ນ້ອງ​ໄດ້​ຮັບ​ຟັງ​ຈົດໝາຍ​ອວຍພອນ​​ບຸນ​ເວັນ​ເພັງ​ເດືອນ 8 ຂອງ​ປະ​ທານ​ປະ​ເທດ Truong Tan Sang, ​ໄດ້​ຮັບ​ຂອງຂວັນ, ​ເຂົ້າຮ່ວມ​ການ​ລະ​ຫຼິ້ນ​ພື້ນ​ເມືອງ, ສະ​ແດງ​ສິລະ​ປະ, ຊົມ​ຟ້ອນ​ສິງ​ໂຕ, ຕຸ​ກ ກະຕາ. ທ່ານ Nguyen Viet Thuan ຮອງປະທານຄະນະ​ກຳມະການ​ປະຊາຊົນເມືອງ​ເກາະ​ເຈື່ອງ​ຊາ ​ແຂ​ວງ​ແຄງ​ຮົວ ​ໃຫ້​ຮູ້​ວ່າ:

   “ການຈັດຕັ້ງງານ​ບຸນໄຫ້​ວພະຈັນ​ມຸ້ງ​ໄປ​ສູ່​ເດັກນ້ອຍ​ເຈື່ອງ​ຊາ ​ແລະ ​ເຂດທະ​ເລ​ໝູ່​ເກາະແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ໃນ​ທົ່ວ​ແຂວງ​ແຄງ​ຮົວ, ພິ​ເສດ​ແມ່ນ​ພວກນ້ອງ​ເຂົ້າ​ໃຈ​​ກ່ຽວ​ກັບ​ເຈື່ອງ​ຊາ ຫຼາຍ​ກ່ວາ​ອີກ. ຈາກ​ນັ້ນຈະ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ຮ່ຳຮຽນ, ພວກ​ນ້ອງ​ສູ້​ຊົນ​ເພື່ອ​ກາຍ​ເປັນ​ພົນລະ​ເມືອງ​ຮັບ​ໃຊ້​ເຈື່ອງ​ຊາ ​ໃນ​ອະນາຄົດ​“

   ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ດຽວ​ກັນ, ລາຍການ  “ດວງ​ພະຈັນ​ເພື່ອນ​ອ້ງ“ ດ້ວຍ​ຈຸດປະສົງ​ການ​ກຸສົນ​ກໍ່​ໄດ້​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ Nguyen Xuan Phuc ​ໄດ້​ມອບ​ຂອງຂວັນ​ໃຫ້​ເດັກນ້ອຍ​ທີ່ຕາງໜ້າ​ໃຫ້ 5 ​ເມືອງ​ຊານ​ນະຄອນ​ຮ່າ​ໂນ້ຍ ​ແລະ ມອບ​ຂອງ​ຂັວນ​ໃຫ້​ແກ່​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ 20 ຄົນ.

   ຢູ່​ແຂ​ວງກອນ​ຕຸ​ມ, ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ 100 ຄົນມາ​ຈາກ 9 ຕາ​ແສງ​ຂອງ​ນະຄອນ​ກອນ​ຕຸ​ມ ​ໄດ້​ເຂົ້າຮ່ວມ​ບຸນວັນ​ເພັງ​ເດືອນ 8 ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມ່ວນ​ຊື່ນ​ໃນ​ລາຍການ “ງານ​ບຸນ​ໄຫວ້​ພະຈັນ​ເພື່ອ​ນ້ອງ​ປີ 2012“ ຊື່​ງຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 27/9. ນອກຈາກ​ນັ້ນ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງໆ,​ບັນດາ​ອົງການ​ຈັດຕັ້ງ​ໃນ​ທົ່ວ​ປະ​ເທດ​ກໍ່​ພວມ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື​່ອນ​ໄຫວຊ່ວຍ​ເດັກນ້ອຍ​ເຂດ​ຫ່າງ​ໄກ​ສອກຫລີກ ​ເພື່ອ​ຕ້ອນຮັບ​ບຸນວັນ​ເພັງ​ເດືອນ 8 ຢ່າງ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ