ບັ້ນສັກວັກຊິນປ້ອງກັນພະຍາດໂປລິໂອຜັນຂະຫຍາຍຢ່າງກວ້າງຂວາງຢູ່ເຂດ ກາຊາ

(VOVWORLD) - ກຳລັງຂອງ ອິດສະຣາແອັນ ແລະ ຮາມາດສ ໄດ້ເຫັນດີຢຸດຕິການປະທະກັນ ເພື່ອສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວດ້ານການແພດນີ້.
ບັ້ນສັກວັກຊິນປ້ອງກັນພະຍາດໂປລິໂອຜັນຂະຫຍາຍຢ່າງກວ້າງຂວາງຢູ່ເຂດ ກາຊາ - ảnh 1(ພາບປະກອບ: THX/TTXVN)

    ວັນທີ 01 ກັນຍາ, ເລີ່ມຜັນຂະຫຍາຍບັ້ນສັກວັກຊິນປ້ອງກັນພະຍາດໂປລິໂອຢ່າງກວ້າງຂວາງຢູ່ເຂດ ກາຊາ. ກຳລັງຂອງ ອິດສະຣາແອັນ ແລະ ຮາມາດສ ໄດ້ເຫັນດີຢຸດຕິການປະທະກັນ ເພື່ອສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວດ້ານການແພດນີ້.

     ທ່ານ Rik Peeperkorn, ຜູ້ອຳນວຍການຫ້ອງການອົງການອະນາໄມໂລກ (WHO) ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ກາຊາ ໃຫ້ຮູ້ວ່າ, 2 ບັ້ນສັກວັກຊິນເທື່ອທຳອິດໄດ້ປະຕິບັດແຕ່ເວລາ 6 ໂມງຮອດ 15 ໂມງ (ຕາມເວລາທ້ອງຖິ່ນ), ຢູ່ເຂດໃຈກາງ ກາຊາ ເປັນເວລາ 3 ວັນຢ່າງລຽນຕິດ; ຖັດຈາກນັ້ນແມ່ນສັກວັກຊິນຢູ່ທາງທິດໃຕ້ ແລະ ທິດເໜືອເຂດ ກາຊາ ຕາລຳດັບ, ແຕ່ລະເທື່ອກໍ່ໃຊ້ເວລາ 3 ວັນ. ເລື່ອງຍຸດຕິການປະທະກັນໃຫ້ແກ່ການຊັກວັກຊິນແຕ່ລະເທື່ອນັ້ນ ອາດຈະແກ່ຍາວຮອດມື້ທີ 4 ຖ້າມີຄວາມຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ