ບັນຫາ Brexit: 27 ປະເທດສະມາຊິກອີຢູໄດ້ລົງນາມໃນຂໍ້ຕົກລົງອັງກິດຖອນຕົວອອກຈາກສະຫະພາບເອີລົບ

(VOVWORLD) -ອັງກິດ ຈະສືບຕໍ່ໄດ້ຮັບສິດຜົນປະໂຫຍດ ກໍຄືຕ້ອງແບກຫາບບັນດາພັນທະຄືດັ່ງເປັນສະມາຊິກຂອງອີຢູ.
ບັນຫາ Brexit: 27 ປະເທດສະມາຊິກອີຢູໄດ້ລົງນາມໃນຂໍ້ຕົກລົງອັງກິດຖອນຕົວອອກຈາກສະຫະພາບເອີລົບ - ảnh 1 (ພາບປະກອບ: THX/TTXVN)

ຕາມແຜນການ, ນັບແຕ່ເວລາ 6 ໂມງຂອງວັນທີ 01 ກຸມພາ ຕາມເວລາຫວຽດນາມ, ປະເທດອັງກິດ ຈະຖອນຕົວອອກຈາກສະຫະພາບເອີລົບ (ອີຢູ) ຫຼື ເອີ້ນວ່າ Brexit, ພາຍຫຼັງທີ່ເຂົ້າເປັນສະມາຊິກເປັນເວລາ 47 ປີ. ນັບແຕ່ນີ້ເປັນຕົ້ນໄປ, ອັງກິດ ແລະ ອີຢູ ຈະເລີ່ມຫັນໄປສູ່ໄລຍະມອບໂອນທີ່ແກ່ຍາວຈົນຮອດໝົດປີ 2020 ເພື່ອເຈລະຈາກ່ຽວກັບການພົວພັນໃນອະນາຄົດ. ໃນໄລຍະນີ້, ອັງກິດ ຈະສືບຕໍ່ໄດ້ຮັບສິດຜົນປະໂຫຍດ ກໍຄືຕ້ອງແບກຫາບບັນດາພັນທະຄືດັ່ງເປັນສະມາຊິກຂອງອີຢູ. ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ຫາງສຽງມີຄວາມສົນໃຈທີ່ສຸດໃນຈຸດເວລານີ້ນັ້ນແມ່ນ ອັງກິດ ແລະ ອີຢູ ສາມາດສຳເລັດການເຈລະຈາ ແລະ ຮັບຮອງເອົາຂໍ້ຕົກລົງກ່ຽວກັບເນື້ອແທ້ຂອງການພົວພັນລະຫວ່າງ 2 ຝ່າຍໃນອະນາຄົດໄດ້ຫຼືບໍ່.

          ກ່ອນໜ້ານັ້ນ, ວັນທີ 30 ມັງກອນ, ສະຫະພາບເອີລົບ ລວມມີ 27 ປະເທດສະມາຊິກໄດ້ລົງນາມໃນຂໍ້ຕົກລົງ Brexit. ນີ້ແມ່ນການໃຫ້ສັດຕະຍາບັນດ້ວຍເອກະສານທາງການສຸດທ້າຍໃນບັນດາ “ລະບຽບການ” ເພື່ອໃຫ້ອັງກິດ ຖອນຕົວອອກຈາກອີຢູ ໃນມື້ທີ່ໄດ້ກຳນົດໄວ້. ຖະແຫຼງການຈາກສະຫະພາບເອີລົບ ໄດ້ເນັ້ນໜັກວ່າ: “ນັບແຕ່ວັນທີ 1 ກຸມພາ ເປັນຕົ້ນໄປ, ລາຊະອານາຈັກ ອັງກິດ ບໍ່ແມ່ນປະເທດສະມາຊິກຂອງອີຢູ ອີກແລ້ວ”.

ຕອບກັບ

ຂ່າວ/ບົດ​ອື່ນ